ຮູ້ຫລືບໍ່  ເປັນຫຍັງລອຍນ້ຳຄືເປັນການຮັດກາຍທີ່ດີທີ່ສຸດ?

ສຸກະພາບ & ຄວາມງາມ

ການຮັດຫານມີຫລາຍຢ່າງ ແລ້ວແຕ່ຄວາມມັກໃຜມັນ

ທັງການຮັດກາຍກາງແຈ້ງ ເຊັ່ນ ແລ້ນ ລອຍນ້ຳ ຖີບລົດຖີບ ເຕະບານ ຫລື ການຮັດກາຍໃນທີ່ຮົ່ມ ເຊັ່ນ ຕີດອກປີກໄກ່ ປິງປອງຫລື ໂຍຄະ ກໍ່ເຮັດໃຫ້ຮ່າງກາຍແຂັງແຮງໄດ້.

ລອຍນ້ຳ ຖືເປັນການຮັດກາຍທີ່ດີທີ່ສຸດ ຍ້ອນວ່າ ມີປະໂຍດຫລາຍຢ່າງ ຄົນທີ່ເຈັບປວດກໍ່ສາມາດລອຍນ້ຳໄດ້ ໂດຍບໍ່ມີຜົນອິຫຍັງ. ທີ່ລອຍນ້ຳເປັນການຮັດການທີ່ດີ ຍ້ອນວ່າແນວນີ້

1.ຊ່ອຍໃຫ້ຜ່ອນຄາຍ

ລອຍນ້ຳເຮັດໃຫ້ເຮົາອາລົມດີ ສະບາຍໂຕ ຍ້ອນວ່າໄດ້ສຳຜັດກັບນ້ຳທີ່ເນັນແລະເປັນທຳມະຊາດ

ຊ່ອຍໃຫ້ຈິດໃຈສະຫງົບ ມີສະຕິ

2.ຊ່ອຍໃຫ້ປອດແຂັງແຮງ

ລອຍນ້ຳເຮັດໃຫ້ປອດແຂັງແຮງໄດ້ ເນື່ອງຈາກມີງານວິໄຈອອກມາວ່າ ຖ້າເຮົາລອຍນ້ຳດຸໆ ສິເຮັດໃຫ້ປອດໄດ້ຮັບອອກຊິເຈນໃນການຫັນໃຈ

ແຖມຊ່ອຍປ້ອງກັນພະຍາດອີກດ້ວຍ.

3.ຊ່ອຍສ້າງກ້າມເນື້ອແລະບໍລິຫານຫົວໃຈໄປພ້ອມກັນ.

ລອຍນ້ຳເປັນກີລາປະເພດ ແອໂລບິກ ຮ້ຳມີແຮງຕ້ານໃນລະດັບກາງ. ຊ່ອຍສ້າງກ້າມເນື້ອ ແລະກະຕຸ້ນຫົວໃຈໃຫ້ສູບສີດໄວວາ ເຮັດໃຫ້ເລືອດລໄມໄຫລວຽນດີ.

4.ຊ່ອຍຫລຸດນ້ຳຫນັກ

ລອຍນ້ຳຕ້ອງໃຊ້ແຮງຫລາຍ ເຊີ່ງລອຍນ້ຳ 30. ນາທີ ຊ່ອຍເຜົາຜານແຄລໍລີ້ໄດ້ເຖີງ 300 ແຄລໍລີ້ເລີຍທີດຽວ.

5.ຊ່ອຍຫລຸດແຮງກະແທກ

ລອຍນ້ຳບໍ່ເຮັດໃຫ້ກະດູກຫລືຂໍ້ບາດເຈັບ ຄູ່ຄວນກັບຄົນທີ່ມີອາຍຸຫລາຍ ຄົນທີ່ເຈັບປວດຂໍ້ ກໍ່ສາມາດລອຍນ້ຳໄດ້.

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น