ການຮັດກາຍແບບ Low Impact  ແຮງກະແທກນ້ອຍມີຫຍັງແດ່

ສຸກະພາບ & ຄວາມງາມ

ຮັດກາຍຊ່ອຍເສີມສ້າງກ້າມເນື້ອແລະເຮັດໃຫ້ຮ່າງກາຍແຂັງແຮງ ແຕ່ລາງຄົນການຮັດກາຍກໍ່ປານຝັນຮ້າຍ
ຍ້ອນວ່າລາງຄົນມັກເຈັບເຂົ່າ ເນື່ອງຈາກນ້ຳຫນັກໂຕຫລາຍ ຫລືອາດໄດ້ຮັບບາດເຈັບຈົນບໍ່ສາມາດຮັດກາຍແລະຮັບແຮງກະແທກໄດ້
ມື້ນິີ້ເຮົາເເລີຍມາແນະນຳການຮັດກາຍແບບແຮງກະແທກຕ່ຳ ຫລື Low Impact ມາເບີ່ງເລີຍ ມີຫຍັງແດ່

1 ຍ່າງ

ເປັນການຮັດກາຍທີ່ບໍ່ຕ້ອງໃຊ້ແຮງ ເລີ່ມຈາກຍ່າງຄ່ອຍໆ ກ່ອນສິກ 3-5 ນາທີ ແລ້ວໄວຂຶ້ນ ຊ່ອຍຕື່ມຄສວາມແຂັງແຮງໃຫ້ຮ່າງກາຍແລະເຜົາຜານພະລັງງານໄດ້

2 ລອຍນ້ຳ

ເປັນອີກວິທີທີ່ຊ່ອຍຫລຸດແຮງກະແທກໄດ້ ແລະສ້າງກ້າມເນື້ອ ຊ່ອຍເຜົາຜານພະລັງງານ ແລະເຮັດໃຫ້ປອດແຂັງແຮງ

3 ໂຍຄະ

ຊ່ອຍຕື່ມຄວາມຍືດຫຍຸ່ນ ເຮັດໃຫ້ຮ່າງກາຍເຄື່ອນໄຫວໄດ້ດີ  ຊ່ອຍຍືດກ້າມເນື້ອໃຫ້ເຊົາເຈັບແລະເຫມື່ອຍ
ຕື່ມຄວາມແຂັງແຮງໃຫ້ກ້າມເ/ນື້ອ ຊ່ອຍປັບສົມດຸນໃນການຊົງໂຕ

4 ຖີບລົດຖີບ

ຊ່ອຍຕື່ມກ້າມເນື້ອຂາ ເຮັດໃຫ້ແຂັງແຮງ ຫລຸດອາການຕຶງຂອງຂໍ້ເຂົ່າ ແລະປັບໃຫ້ອານສູງ ເພື່ອທີ່ເຂົ່າສິໄດ້ບໍ່ຕ້ອງງໍຫລາຍ ແລະບໍ່ຄວຮເລືອກລົດຖີບທີ່ຝືດ ຍ້ອນວ່າ ປັ່ນຍາກ ແລະເຮັດໃຫ້ເຈັບເຂົ່າໄດ້

5 ແລ້ນເທີງເຄື່ອງຍ່າງວົງລີ

ຊ່ອຍບໍລິຫາຍກ້າມເນື້ອສ່ວນກົ້ນແລະກົກຂາ ເຮັດໃຫ້ແຂັງແຮງ ແລະຫລູດແຮງກະແທກທີ່ເກີດຈາກການແລ້ນໄດ້

6 ເຊີກິດເທນນິ້ງ

ເປັນການທີ່ເຮັດໃຫ້ສັດສ່ວນຂອງຮ່າງກາຍໄດ້ຝຶກຄວາມແຂັງແຮງຂອງກະດູກ ແລະກ້າມເນື້ອ ກະຕຸ້ນການເຮັດງານຂອງຫົວໃຈ ເຮັດໃຫ້ເລືອດໄຫລວຽນດີ

ໄດ້ຮູ້ວິທີຮັດກາຍແບບແຮງກະແທກຕ່ຳໆແລ້ວກໍ່ຢ່າລືມນຳໄປໃຊ້ເດີ້

ເພື່ອສຸກະພາບທີ່ດີຂອງໂຕເຈົ້າເອງ

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น