ສື່ຕີ! “ອິບາ” ຕອບຕົກລົງຊົບມິລານ.

ຂ່າວກີລາ

ສື່ອິຕາລີເຜີຍ ຊະລາຕັນ ອິບາໂມວິດ ກອງຫນ້າອາລົມສິນລະປິນ ໄດ້ຕອບຕົກລົງຍ້າຍໄປຢູ່ກັບອະດີດຕົ້ນສັງກັດເກົ່າ ເອຊີ ມິລານ ເປັນທີຮຽບຮ້ອຍ.

 

ຫົວກອກໄວ 38 ປີ ຫມົດສັນຍາກັບແອວເອ ກາແລັກຊີ່ ທີມໃນເມເຈີລີກ ຊ້ອກເກີ້ ເມື່ອເດືອນທີ່ແລ້ວ ແລະໄດ້ຮັບຄວາມສົນໃຈຈາກທີມໃນຍູໂຣບຫລາຍທີມ. ໂດຍສະເພົາະ“ປີສາດແດງດຳ” ອະດີດຕົ້ນສັງກັດ.

 

ລ່າສຸດສື່ອິຕາລີ່ຫຼາຍສຳນັກເຜີຍກົງກັນວ່າ ຊະລາຕັນໄດ້ຕອບຕົກລົງຍ້າຍໄປຮ່ວມກັບມິລານ ຢ່າງຮຽບຮ້ອຍ ເຫຼືອພຽງລໍຖ້າໃຫ້ສະໂມສອນປະກາດຢັ້ງຢືນອີກເທື່ອ ຄາດວ່າບໍ່ເກີນມື້ອື່ນ.

 

ກອງຫນ້າຈອມເກົາ ເຄີຍຄ້າແຄ້ງກັບ “ປີສາດແດງດຳ” ໃນຊ່ວງປີ 2010-2013 ແລະເຮັດຜົນງານໄດ້ຢ່າງຍອດຢ້ຽມ ສາມາດເຮັດປະຕູໄດ້ 56 ປະຕູຈາກການລົງສະຫນາມແຄ່ 85 ນັດ.

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น