ໂມນາໂກ ປົດ ”ຈາດິມ” ເທື່ອສອງຕັ້ງ ”ໂມເລໂນ້”ສຽບແທນ.

ຂ່າວກີລາ

ໂມນາໂກ ປະກາດປົດ ເລໂອນາໂດ້ ຈາດິມ ພົ້ນຈາກຕຳແໜ່ງກຸນຊືຮຽບຮ້ອຍແລ້ວ ແລະໄດ້ແຕ່ງຕັ້ງໂລເບໂຕ້ ໂມເລໂນ້ ນາຍໃຫຍ່ຊາວສະເປນຄຸມທັບແທນ 2 ປີເຄີ່ງ.

ກຸນຊືໄວ 45 ປີ ກັບມາຄຸມທັບໂມໂນໂກອີກເທື່ອ ເມື່ອງເດືອນມັງກອນ ຫລັງຈາກສະໂມປະກາດແຍກທາງກັບເທຍລີ້ ອອງລີ ແຕ່ລ່າສຸດທີມດັງຈາກລີກເອີງເກີ້ກໍ່ປົດ ຈາດິມອອກຈາກຕຳແຫນ່ງກຸນຊືອີກເທື່ອ ໂດຍຜົນງານສ່ວນໂຕສາມາດພາທີມເອີງເກີ້ຄວ້າແຊ້ມລີກໄດ້ເທື່ອທຳອິດໃນລອບ  17 ປີ ເມື່ອລະດູການ2016-2017.

ຈາດິມ ຄຸມໂມໂນໂກເມື່ອປີ 2014-2018 ແລະພາທີມເອີງເກີ້ຄວ້າແຊ້ມລີກໄດ້ ໃນລະດູການ 2016-2017 ສ່ວນໃນບານແຊມປ້ຽນລີກກໍ່ພາທີມເຂົ້າລອບລອງຊະນະເລີດ ໂດຍສະຕາຊຸດນັ້ນມີເຄລ້ຽນ ເອັມບາບເປ້ ,ຟາປີນໂຍ່, ແບນາໂດ້ ຊີວວາ.

ໂມນາໂກ ໄດ້ສັ່ງປົດຈາດິມ ພ້ອມແຕ່ງຕັ້ງ ໂມເລໂນ້ ອະດີດກຸນຊືທີມຊາດສະເປນ ເຂົ້າຮັບຕຳຳແໜ່ງແທນ ແລະໃຫ້ສັນຍາ 2 ປີເຄີ່ງ ໂດຍຜົນງານຂອງໂມໂກໃນປີ້ນນີ້ ລົງສະໜາມໄປແລ້ວ 18 ນັດຢູ່ທີ່  7 ຂອງກະລາງຄະແນນ ໂດຍມີຄະແນນຕາມຫຼັງປາລີດ ແຊງ ແຊກແມງ 17 ຄະແນນ