ເທນນິດ ອັດເຈົ້າຖິ່ນ ຄວ້າແຊ້ມ ແກຣນ ສະແລມ ສຸດທ້າຍ ສົ່ງປີ.

ຂ່າວກີລາ

ພານິພັກ ວົງພັດທະນະກິດ ຫລື ນ້ອງເທນນິດ ນັກເທຄວັນໂດ້ສາວຂວັນໃຈຊາວໄທ.

ຄວ້າແຊ້ມສຸດທ້າຍໃນປີ 2019 ດ້ວຍການຊະນະທາງເຈົ້າພາບໄປໄດ້ໃນລອບຊິງຊະນະເລີດ.

ໃນ ແກຣນ ສະແລມ ແຊ້ມປ້ຽນ ຊີລີ ປະເທດຈີນ. ເມື່ອວັນທີ່ 19 ທັນວາ 2019.

“ອູຊີ 2019 ເວີ ເທຄວັນໂດ  ແກຣນ ສະແລມ ແຊ້ມປ້ຽນ ຊີລີ  ” ເປັນແກຣນ ສະແລມສຸດທ້າຍສົ່ງປີນີ້

ເຊີ່ງຈັດຂຶ້ນທີ່ເມືອງອູຊີປະເທດຈີນ ໂດຍກີລາເທຄວັນໂດແຫ່ງປະເທດໄທ ໄດ້ສົ່ງນັກເຕະສາວລົງ 2 ຄົນ ຄື

ພານິພັກ ວົງພັດທະນະກິດ ຫລື ນ້ອງເທນນິດ ໃນລຸ້ນ 49 ກິໂລແມ່ຍິງ ແລະພັນນິພາ ຫານສຸຈິນ ຫລື ນ້ອງນົກ

ໃນລຸ້ນ 57 ກິໂລແມ່ຍິງ ພາຍໃຕ້ການດູແລຂອໂຄ້ດເຊ “ເຊ ຍອງ ຊົກ” ຫົວຫນ້າຜູ້ຝືກສອນທີມໄທ ແລະ ໂຄ້ດເລັກ

ຮ້ອຍຕຳລວດຕີຍິງ ຊະນາທິບ ຊ້ອນຊຳ ຜູ້ຊ່ອຍຜູ້ຝືກສອນ.

ໃນລຸ້ນ 49 ກິໂລແມ່ຍິງ ພານິພັກ ວົງພັດທະນະກິດ ຫລື ນ້ອງເທນນິດ ໄດ້ຍົກໃຫ້ເປັນໂຕເຕັງຫນຶ່ງຂອງລາຍການນີ້

ສາມາດຜ່ານເຂົ້າລອບແລກດ້ວຍກສນຊະນະບາຍ ແລະລອບ 8  ຄົນສຸດທ້າຍເອັາຊະນະຈອມເຕະຈາກປະເທດເກົາຫລີໃຕ້ໄປດ້ວຍ 2-0  (48-4) ແລະລອບ 4 ຄົນສຸດທ້າຍ ເອົາຊະນະລັດເຊຍໄປດ້ວຍ 2-0 (7-3) ເຊັ່ນກັນ ກ່ອນເຂົ້າລອບຊິງກັບ ຫວູ ຈິງ ຢູ ພີກກັບມານຳໄດ້ຄືນດ້ວຍຄະແນນ 2-3 ກ່ອນກັບມານຳດ້ວຍການເຕະຫົວ ພີກກັບມານຳ 5-3 ເອົາຊະນະໄປ ແລະຍົກທີ່ສອງຫລິ້ນໄດ້ດີ ເອົາຊະນະດ້ວຍຄະແນນ 2-0 ຄວ້າແຊ້ມໃນລາຍການທີ່6 ຂອງປີນີ້ ໄດ້ສຳເລັດ ພ້ອມເງີນລາງວັນ 2 ລ້ານບາດ

ໃນລຸ້ນ 57 ກິໂລແມ່ຍິງພັນນິພາ ຫານສຸຈິນ ຫລື ນ້ອງນົກ ແພ້ ຫລິວ ໄຄ່ ສີ ໄປຕັ້ງແຕ່ລອບແລກ.