ພໍ່ທາດິດເຜີຍຄຽດລູກຍ້ອນອິງ”ນັກບຸນ” ບໍ່ແມ່ນຜີ.

ຂ່າວກີລາ

ປີເຕີ ທາດິດ ພໍ່ຂອງດູຊານ ທາດິດ ກອງຫນ້າໂຕເກັ່ງຂອງ ອາຍັກ ອັມສະເຕີດຳ ເຜີຍວ່າເຂົາຄຽດລູກຊາຍຫລາຍ

ຕອນທີ່ເຂົາເລືອກຍ້າຍໄປຢູ່ກັບເຊົາແຮມຕັນ ແຕ່ດັນບໍ່ຍ້າຍໄປແມນເຊັດເຕີ ຍູໄນເຕັດ.

ດາວເຕະເຊີເບຍ ເລືອກຍ້າຍໄປຢູ່ກັບ “ນັກບຸນ” ເມື່ອປີ 2014 ໂດຍການຄຸມທິບຂອງ ໂລນັນ ຄູມັນ.

ແລະຢູ່ຄ້າແຂັ່ງໃນຖິ່ນ ເຊັນ ແມລີ່ ຍາວນານເຖີງ 4 ລະດູ ກ່ອນຍ້າຍອອກມາຢູ່ກັບອາຍັກໃນປີ 2018.

ໂດຍພໍ່ຂອງທາດິດເຜີຍວ່າລູກຊາຍເຂົາໄດ້ຮັບຄວາມສົນໃຈດ້ານ “ປີສາດແດງ” ໃນຍາມນັ້ນ.

“ໃນຍາມນັ້ນເຂົາມີໂຕເລືອກທັງ ແມນເຊັດເຕີ ຍູໄນເຕັດ ແລະເຊົາແຮມຕັນ” ປີເຕີເຜີຍກັບສື່.

“ຂ້ອຍຢາກໃຫ້ລາວຍ້າຍໄປຮ່ວມງານກັບຫລຸຍ ຟານ ກັນ ຢູ່ຍູໄນເຕັດ ແຕ່ເຈັ້າໂຕຢາກຮ່ວມງານກັບ ໂລນັນ ຄູມັນ

ຫລາຍກວ່າ ເຊີ່ງຕອນນັ້ນເຮົ່າລົມກັນບໍ່ລົງໂຕ.”

“ແມນເຊັດເຈີ ຍູໄນເຕັດ ເປັນທີມທີ່ຍິ່ງໃຫຍ່ ລາວມີແຟນຫມາກບານຫລາຍ ມີຍອດຕຳນານຫລາຍ ບໍ່ວ່າສິເປັນ

ບ໊ອບບີ້ ຊານຕັນ ໄລອັນ ກິີ໊ກ ຈ໊ອດ ເບ໊ດ ພໍ ສະໂຄ.”

“ລາວມີນັກເຕະຝີຕີນດີເຂົ້າມາເສີມທີມສະເຫມີ ເຖີງຕອນນີ້ຜົນງານຈະບໍ່ຄ່ອຍດີເທົາໃດ ແຕ່ຂ້ອຍກໍ່ຍັງຮັກ ແມນເຊັດເຕີ ຍູໄນເຕັດ”

“ນີ້ຄືສະເຫດທີ່ເຮັດໃຫ້ຂ້ອຍຄຽດລູກຊາຍແຮງຫລາຍ”

“ເຮົາລົມກັນເລື່ອງນີ້ທັ້ງຄືນ ແຕ່ສຸດທ້າຍຂ້ອຍກໍ່ປ່ຽນຄວາມຄຶດເຂົາບໍ່ໄດ້ ເຂົາເລືອກທີ່ສິຍ້າຍໄປ ເຊົາແຮມຕັນ”