ເມື່ອ “ບົວຂາວ” ປະທະ “ໂນ໊ດອຸດົມ” ຄວາມຫົວຈຶ່ງເກີດ

ຂ່າວກີລາ ຂ່າວດ່ວນມື້ນີ້

ບົວຂາວ ບັນຊາເມກ ນັກຊົກຂວັນໃຈຊາວໄທ ມາຮ່ວມແລ່ນກັບນັກຮ້ອງສາຍແລ່ນຢ່າງຕູນ ອາທິດວະລາ ຄົງມາໄລ ໃນໂຄງການ ກ້າວຄົນລະກ້າວ ກ້າວຕໍ່ໄປດ້ວຍພະລັງຫນ້ອຍໆ ເພື່ອລະດົມທຶນຊື້ເຄື່ອງໃຫ້ໂຮງຫມໍ 7 ແຫ່ງ ທາງພາກເຫນືອຂອງໄທ ເມື່ອວັນອາທິດ ທີ່ 22 ທັນວາ 2019 ທີ່ຜ່ານມາ

ບົວຂາວ ເຄີຍຮັບປາກຕູນໄວ້ວ່າ ກິດຂະກຳດີໆແນວນີ້ຈະອອກມາຮ່ວມແລ່ນກັບຕູນ ຕນນີ້ກໍ່ໄດ້ເດີນທາງມາຮ່ວມແລ້ວ ໄລຍະທາງ 10.ນທາງມາຮ່ວມແລ້ວ ໄລຍະທາງ 10.4 ກິໂລແມັດ ທີ່ສະຫນາມກີລາສົມໂພດຊຽງໃຫມ່ 700 ປີ ອຳເພີເມືອງ ຈັງຫວັດຊຽງໃຫມ່

ໂດຍໃນງານ ບົວຂາວໄດ້ພໍ້ກັບ ໂນ໊ດອູດົມ ແຕ້ພານິດ ເຈົ້າພໍ່ດ່ຽວໄມ ຈຶ່ງສ້າງຄວາມເຮຮາຫົວມ່ວນຊື່ນໃຫ້ງານນີ້ ຕົວບົວຂາວເອງກໍ່ແຮງເປັນຄົນຕະຫລົກຢູ່ແລ້ວ ແຮງຄັກໄປຕື່ມ