ຫາກບໍ່ກິນເຂົ້າເຊົ້າ ຊີສ່ຽງຕໍ່ພະຍາດຫຍັງແດ່?

ສຸກະພາບ & ຄວາມງາມ

ເຂົ້າເຊົ້າ ຖືເປັນມື້ທີ່ສຳຄັນທີ່ສຸດ ຍ້ອນວ່າໃນການເລີ່ມຕົ້ນມື້ໃຫມ່ ຕ້ອງການພະລັງງານໃນການຂັບເຄື່ອນ.  ດັງນັ້ນທຸກຄົນຄວນກິນເຂົ້າເຊົ້າ ແຕ່ລາງຄົນກໍ່ບໍ່ມີເວລາ ກໍ່ບໍ່ໄດ້ກິນເຂົ້າເຊົ້າເລີຍ. ແລະເລື່ອນໄປກິນຮວມກັບມື້ຕໍ່ໄປແທນ ລາງຄົນເຫມົາຮວມ ເຊົ້າ ທ່ຽງ ແລງ. ຍ້ອນວ່າຕື່ນຕອນບ່າຍ ລາງຄົນບໍ່ກິນຫລືຫິນຫນ້ອຍຍ້ອນຢາກຫລູດນ້ຳຫນັກ ແຕ່ສິ່ງທີ່ໄດ້ຄືນມານັ້ນມັນບໍ່ດີເລີຍ.  ຍ້ອນບໍ່ກິນເຂົ້າເຊົ້າຂິເຮັດໃຫ້ສ່ຽງຕໍ່ການເປັນພະຍາດຕ່າງໆ ມາອ່ານກັນວ່າມີຫຍັງແດ່…

1.ອ້ວນ

ການບໍ່ກິນເຂົ້າເຊົ້າເຮັດໃຫ້ນ້ຳຕານໃສເລືອດຕ່ຳ ຈຶ່ງຢາກກິນແຕ່ຂອງຫວານແລະຍັງເຮັດໃຫ້ກິນຫລາຍຂຶ້ນກວ່າເກົ່າອີກ ເມື່ອປະພຶດແບບນີ້ໄປເລື້ອຍໆ ກໍ່ຈະມີໂລກອ້ວນຕາມມາ.

2.ກົດ

ເນື່ອງຈາກນ້ຳຫຍ້ອຍໃນຮ່າງກາຍເຮັດຫນ້າທີ່ຫຍ້ອຍອາຫານທີ່ເຮົາກິນໃນຕອນ້ຊົ່າຊິຫລັ່ງອອກມາຕາມເຂັມຖມງຂອງຊີວິດ ຄື ເຊົ້າ ທ່ຽງແລະແລງ.  ຖ້າບໍ່ກິນເຂົ້າເຊົ້າ ນ້ຳຫຍ້ອຍທີ່ມີກົດຂະບໍ່ຖືກນຳໃຊ້ ແລະຄ້າງຢູ່ໃນຮ່າງກາຍ.  ໂມງຍາມຜ່ານໄປຈຶ່ງເກີດກົດໄຫລຄືນ.

3.ເບົາຫວານ.

ການບໍ່ກິນເຂົ້າເຊົ້າເຮັດໃຫ້ຮໍໂມນອິນຊູລີນຫຍ້ອຍແປ້ງແລະນ້ຳຕານເຮັດການບໍ່ຄືເກົ່າ ແລະບໍ່ສາມາດຫຍ້ອຍແປ້ງແລະນ້ຳຕານໄດ້ ຖ້າບໍ່ກິນເຂົ້າດົນໆໄປຊິມີນ້ຳຕານໃນເລືອດສູງ. ອັນເປັນສະເຫດຂອງເບົາຫວານນັ້ນເອງ.

4.ຫນິ້ວ.

ການທີ່ບໍ່ກິນອິຫຍັງດົນປະມານ14 ຊົ່ວໂມງ.  ກໍ່ຄືໃນຍາມທີ່ເຮົາຫລັບແລະຂ້າມໄປກິນເຂົ້າທ່ຽງເລີຍ. ອາດເຮັດໃຫ້ຄໍເລັດເຕີລໍ້ໃນຖົງນ້ຳດີຈັບໂຕກັນ.ແລະຖ້າປ່ອຍໄວ້ດົນໆ ຈະກາຍເປັນຕ່ອນຫນິ້ວ ແຕ່ຖ້າກິນເຂົ້າເຊົ້າຖົງນ້ຳດີຈະລະລາຍຄໍເລັດເຕີລລໍ້ບໍ່ຈັບຕົວນັ້ນເອງ.

5.ອັນໄຊເມີ້.

ບໍ່ກິນເຂົ້ມາເຊົ້າຈະເຮັດໃຫ້ນ້ຳຕານໃນເລືອດຕ່ຳ ມີປັນຫາຕໍ່ຄວາມຈຳ ເຊື່ອຍຊາ ບໍ່ສົດຊື່ນ ບໍ່ມີສະມາທິ ຈຳບໍ່ໄດ້.ຖ້າບໍ່ກິນເຂົ້າເຊົ້າເລື້ອຍໆ ອັນໄຊເມີ້ມາຢາມແທ້.

6.ຫົວໃຈແລະຫລອດເລືອດ

ເນື່ອງຈາກຫລັງເຮົາຕື່ນນອນ ຄວາມເຂັ້ມຂົ້ສຂອງເລືອດໃນຮ່າງກາຍຈະສູງ.  ອາດໄປອຸດຕັນເສັ້ນເລືອດໃນສະຫມອງແລະຫົວໃຈ.  ການກິນເຂົ້າເຊົ້າຢ່າງຕໍ່ເນື່ອງຈະຊ່ອຍໄດ້.