ຄອບຊົມ “ອະລິດຊອນ” ຢ່າງເຊບ – ບໍ່ຮູ້ ”ຟານໄດ” ເຊົາທັນບໍ່.

ຂ່າວກີລາ

ເຍີເກັ້ນ ຄອບກຸນຊື້ “ຫົງແດງ” ອອກປາກຊົມ ອະລິດຊອນ ເບັກເກີ້ ນາຍປະຕູທີມຊາດບຣາຊິວ ວ່າເຮັດຜັນງານໄດ້ຢ່າງຍອດຍ່ຽມ ໃນຈັງຫວະທີ່ເຊບປະຕູໃນເກມທີ່ເອົາຊະນະ ມອນເຕເລ ໄດ້ດ້ວຍຄະແນນ 2-1

ໃນສຶກຫມາກບານຊິງແຊ້ມສະໂມສອນໂລກ ລອບລອງຊະນະເລີດ ທີ່ປະເທດກາຕາ ແລະຍັງບໍ່ຮູ້ວວ່າ ເຟີກິນ ຟານໄດ

ຊິເຊົາທັນນັດຊິງຫລືບໍ່.

ໃນເກມນີ້ ລິເວີ້ພູ ໄດ້ປະຕູ ໃນຊ່ວງທົດເວລານາທີທີ່ 2 ຈາກ ໂລແບໂຕ້ ຟີເມຍໂນ່.

ແຕ່ຄົນທີ່ສຳຄັນບໍ່ແພ້ກັນເລີຍກໍ່ຄື ອະລິດຊອນ ທີ່ຊ່ອຍເຊບລູກຍິງຫລາຍເທື່ອຂອງຄູ່ແຂັ່ງ ເຮັດໃຫ້ທີມບໍ່ເສຍປະຕູເພີ່ມ.

ແລະສາມາດຜ່ານເຂົ້າລອບຊິງຊະນະເລີດໄປໄດ້ໃນທີ່ສຸດ ໂດຍຈະພົບກັບ ຟາເມງໂກ້ ຈາກປະເທດບຣາຊິວ ໃນຄືນວິນເສົາທີ່ຈະເຖີງ.

ຫລັງຈົບເກມກູນຊືຊາວເຍລະມັນ ໄດ້ກ່າວຊົມ ອະລິດຊອນ ເບັກເກີ້ (ເພງ All You Need Is Love ຂອງວົງ the Beatles) ເຂົາຊ່ອຍເຮົາໃນຈັງຫວະສຳຄັນໄດ້ສະເຫມີ. ເກມນີ້ເປັນເກມທີ່ຍາກຫລາຍ ແຕ່ຢ່າງຫນ້ອຍພວກເຮົາກໍ່ສາມາດຜ່ານເຂັ້າລອບໄດ້ “ ຄອບເຜີຍກັບ BBC Sport ຫລັງຈົບເກມ

“ເກມນີ້ເຕັມໄປດ້ວຍລູກຍິງທີ່ມະຫັດສະຈັນ ບັນຍາກາດໃນສະຫນາມກໍ່ດີ ແລະຍັງເປັນເກມທີ່ດີອີກດ້ວຍ”

“ຂ້ອຍຍັງບໍ່ຮູ້ເລີຍວ່າ ເຟີກຶ້ນ ຈະຫາຍທັນຫລືບໍ່ ຕ້ອງລໍເບີ່ງ”

“ເຮົາເອີ້ນຜູ້ຫລິ້ນດາວລຸ້ງເຂັ້າມາເສີມທັບຫລາຍຄົນ ຂ້ອຍພ້ອມທີ່ສິໃຫ້ໂອກາດທຸກຄົນລົງສະຫນາມ

ເຮາຢາກລົງສະຫນາມໃນນັດຊິງແລະລໍຖ້າເບີ່ງວ່າພວກເຮົາຊິເຮັດຫຍັງແດ່”