ເລວີ້ພ້ອມປ່ອຍ “ອີລິກເຊັ່ນ” ໃຫ້ທີມໃນພີເມຍລີກ.

ຂ່າວກີລາ

ດານຽວ ເລວີ້ ປະທານທອດແນັ້ມ ຮອດສະເປີອອກມາຢັ້ງຍືນພ້ອມປ່ອຍນັກເຕະໃຫ້ກັບທີມໃນລີກດຽວກັນ.

ແນ່ນອນ ຫລັງຄຣິດຕຽນ ອີລິກເຊັ່ນ ຕົກເປັນຂ່າວກັບທີມຍັກໃຫຍ່ຫລາຍສະໂມໃນພີເມຍລີກ.

 

ຫ້ອງເຄື່ອງໄວ 27 ປີ ຈະຫມົດສັນຍາກັບທາງ “ໄກ່ເດືອຍທອງ” ຫລັງຈົບລະດູນີ້ ເຂົາປະຕິເສດທີ່ຈະຕໍ່ສັນຍາກັບທີມອອກໄປແລະພ້ອມຍ້າຍສັງກັດແບບບໍ່ມີຄ່າໂຕ.

 

ຕາມລາຍງານວ່າ ສະເປີ ພ້ອມພິຂາລະນາທູກຂໍ້ສະເຫນີທີ່ຍື່ນເຂົ້າມາຂໍຊື້ອີລິກເຊັ່ນ

ໃນຊ່ວງຕະຫລາດຫນ້າຫນາວທີ່ຈະຮອດນີ້ ຍ້ອນວ່າບໍ່ຕ້ອງການເສຍນັກເຕະໄປແບບຟຣີໆ ຫລັງຈົບລະດູການນີ້.

 

“ຂ້ອຍຍ້ານການຊື້ໂຕຜູ້ຫລິ້ນໃນລີກດຽວກັນ”

ປະທານໄວ 57 ປີ ເຜີຍກັບ The Evening Standard

“ຂ້ອຍເປັນຄົນທີ່ມີມູມມອງແບບລຽບງ່າຍ ການຕໍ່ສັນຍາໃຫມ່ ມັນບໍ່ໄດ້ຢູ່ໃນເງື່ອນໄຂສັນຍາເທົ່ານັ້ນ

ແຕ່ໂຕນັກເຕະຕ້ອງຢາກຕໍ່ສັນຍາພ້ອມ”

“ມັນຢູ່ທີ່ວ່ານັກເຈະຍັງຢາກຈະຕໍ່ສັນຍາຢູ່ກັບເຮົາຕໍ່ຫລືບໍ່ ອີກບໍ່ດົນເຮົາກໍ່ສິຮູ້ກັນ”

“ຂ້ອຍບໍ່ຢາກເວົ້າເຖີງນິກເຕະຫລາຍ ຂ້ອຍຄຶດວ່າບໍ່ຄ່ອຍຍູດຕິທຳເທົ່າໃດ ຍ້ອນແຕ່ລະຄົນກໍຢູ່ໃນສະຖານະການທີ່ຕ່າງກັນໄປ”

“ອາດຈະມີນັກເຕະທີ່ພ້ອມຢູ່ກັບເຮົາ ແລະອາດມີນັກເຕະທີ່ບໍ່ຕ້ອງການຢູ່ກັບທີມຕໍ່ໄປ”