ເອົາດ້ວຍ!”ມາລິນ” ຕອບຮັບເຂົ້າແຂ່ງ ໄທແລນ ມາດເຕີ້ 2020

ຂ່າວກີລາ

ການແຂ່ງຂັນສຶກຕີດອກປີກໄກ່ ດັບເບີ້ນ ເວີ ທົວ 300 ລາຍການ “ປຣິ້ນເຊັດ ສິລິວັນນະວລີ ໄທແລນ ມາດເຕີ້ 2020” ຊິງຖ້ວຍລາງວັນພະລາດຊະທານ ເຈົ້າຟ້າສິລິວັນນະວະລີ  ນາລີລັຕນະລາດຊະກັນຍາ ສິເລີ່ມທຳການແຂ່ງຂັນໃນວັນທີ່  21-26 ມັງກອນ 2020 ທີ່ສະຫນາມອິນເຕີເຕດ້ຽມ ຫົວຫມາກ ກຸງເທບ ໂດຍການແຂ່ງຂັນເທື່ອນີ້ເຫລົ່ານັກຕີດອກປີກໄກ່ລະດັບໂລກຫລາຍຄົນຕອບຮັບຂໍ້ສະເນີແລະເດີນທາງມາ ໂດຍສະເພາະ ມາລິນ ອະດີດແຊ້ມໂລກແລະແຊ້ມໂອລີມປິກ ຊາວສະເປນກໍ່ມາຮ່ວມເຊັ່ນກັນ.

ນັກຕີດອກປີກໄກ່ໄວ 26 ปี ພວມເຊົາຈາກເຈັບຫົວເຂົ່າຈາກການຫຍຸດໄປເມື່ອກາງປີ 2019 ໃນປີນີ້ເຈົ້າຕົວສາມາດຄວ້າແຊ້ມ 2 ຈາກ 4 ລາຍການເຂົ້າຊິງ ຄືລາຍການວິກເຕີ້ໄຊຫນ້າ ໂອເພ່ນ ແລະຊະເອັດ ມູດຕີ້ ອິຮເຕີເນຊັ້ນແນ່ວ ໂດຍການເຮັດໃຫ້ອັນດັບຂອງລາວຫຍັບມາຢູ່ທີ່ 6 ຂອງໂລກກ່ອນເຈັບຫົວເຂົ່າ ກ່ອນສິບາດເຈັບຈົນອັນດັບຕົກໄປ 2 ຫລັກ

ເຈົ້າຂອງແຊ້ມໂລກ 3 ສະໄຫມ  ປີ 2015 2015 2018 ແລະແຊ້ມໂອລີມປິກ ປີ 2016 ຈະພາດລາຍການເວີ ທົວ ໄຟນ້ອນ ທີ່ຈັດແຂ່ງຊ່ວງຕົ້ນທັນວາທີ່ຜ່ານມາ ແຕ່ເປົ້າຫມາຍທີ່ສໄຄັນທີ່ສຸດຂອງລາວຄຶືການຫລິ້ນໂອລີມປິກ 2020 ທີ່ກຸງໂຕກຽວປະເທດຍີ່ປຸ່ນ.

ຄາໂລໄລຫນ້າ ມາລິນ ຖືກຍົກໃຫ້ເປັນເຕັງ 3 ຂອງລາຍການ “ໄທແລນ ມາດເຕີ້ 2020” ເຊີ່ງຖືເປັນເທື່ອແລກຂອງລາວ ທີ່ຈະເຂົ້າຮ່ວມ ໂດຍລາຍການນີ້ມີນັກກີລາຊື່ດັງຕອບຮັບລາຍການແຂ່ງຂັນຢ່າງຫລວງຫລາຍບໍ່ວ່າຈະເປັນ ເສິນຫລົງ, ສີ ຍູ່ສີ , ຫລິນ ຕັນ, ອາເກເນະ ຄາມາກຸຊິ, ຊອນ ວານໂຮ , ໄຊຫນ້າ ເນວານ , ຫວັງສື ຫລິນ-ລີ ຢາງ ເປັນຕົ້ນ ຮວມໄປເຖີງທັບນັກກີຈາກໄທຢຢ່າງ  ລັດຊະນົກ  ອິນທະນົນ, ນິດຊາອອນ ຈິນດາພົນ,ກັນຕະພົນ ຫວັງຈະເລີນ, ເດຊາພົນ ພົວວະລານຸເຄົາະ,ບຸດສະນັນ ອຶ້ງບຳລຸງພັນ, ສັບສິລິ ແຕ້ລັດຕະນະໄຊ ແລະຜູ້ເຂົ້າແຂ່ງຂັນອີກຫລາຍລາຍ.