“ອ້າຍເສືອ ” ຢັນໃຫ້ “ຟິກ“ ຄຸມທີມຈົນຈົບລະດູ.

ຂ່າວກີລາ

ບາເຍີນ ມິວນິກປະກາດຢັ້ງຢືນໃຫ້ຮານຊີ່  ຟິກກຸນຊືຊົ່ວຄາວຄຸມທີມຕໍ່ໄປຈົນຈົບລະດູການນີ້ ຫລັງເຮັດຜົນງານໄດ້ຢ່າງຍອດຢ້ຽມ.

 

ກຸນຊືຊາວເຍລະມັນເຂົ້າມາຄຸມທີມແທນລິໂກ້ ໂຄວັດ ທີ່ຖືກປົດຈາກຕຳແຫນ່ງໄປເມື່ອຊ່ວງເດືອນພະຈິແຕ່ກໍ່ໄດ້ເຮັດຜົນງານອອຫມາຢ່າງດີ ສາມາດພາທີມຊະນະໄດ້ເຖີງ 8 ຈາກ 10 ເກມຫລັງສຸດທີ່ລົງສະຫນາມ.

 

ຫລັງຈາກເກມທີ່ “ເສືອໃຕ້“ເປີດບ້ານເອົາຊະນະໂວບສະບວກ.ດ້ວຍສະກອ 2-0 ເມື່ອວັນເສົາທີ່ຜ່ານມາ ທາງດ້ານຄານ-ໄຮ ລຸມເມນິເກ້ ນາຍໃຫຍ່ຂອງສະໂມສອນແລະຮາຊານ ຊາລິຮາມິດຊິດผู้ອຳນວຍການກີລາ ໄດ້ເຂົ້າໄປລົມກັບຟິກ.

 

ພວກເຂົາຕັດສິນໃຈໃຫ້ຟິກຄຸມທີມບາເຍີນຈົນລະດູການນີ້ຢ່າງຫນ້ອຍ.

 

“ຂ້ອຍຮູ້ສຶກດີໃຂຫລາຍທີ່ທາງບາເຍີນໃຫ້ເປັນກຸນຊືຕໍ່ໄປ ຍ້ອນຂ້ອຍພວມຄັກກັບການເຮັດຫນເາທີ່ນີ້ອິຫລີ”ຟິກເຜີີຍ.

 

“ພວກເຮົາຢູ່ໃນຈຸດທີ່ດີໃນການເລີ່ມຕົ້າລະດູການຫລັງ ທັງໃນບຸນເລດລີກາ, ເດເອບເບ ໂພຄານອລະຢູຟ່າແຊ້ມປ້ຽນລີກ.”

 

“ເຮົາພວກຊາດແຮງແລະກຽມເກັບຕົວເພື່ອຄວາມພ້ອມໃນລະດູຫານຫລັງ ຫລັງຈາກນີ້ເຮົາສິພະຍາຍາມຄວ້າມເອົາໄຊມາໃຫ້ໄດ້ຫລາຍທີ່ສຸດ ເພື່ອຈະເປັນແຊ້ມໃຫ້ຫລາຍທີ່ສຸດເຊັ່ນກັນ.”

ຕອນນີ້ບາເຍີນຢູ່ອັນດັບທີ 3 ຂອງກະລາງບຖນເລດລີກ້າໃນເວລານີ້ໂດຍຕາມຫລັງແອເບ ໄລຊິກຈ່າຝູງຢູ່ 4 ຄະແນນ ໂດຍບາເຍີນຈະກັບມາສະຫນາມອີກເທື່ອເມື່ອພົບກັບ  ແຮທ່າ ເບີລີນວັນທີ 19 ມັງກອນນີ້.