ເອຊີ ມິລານ ປະກາດຢັ້ງຢືນຄວ້າ ຊະລາຕັນ ອິບາຮິບໂມວິດ ກອງຫນ້າຕອມເກົາເຂົ້າຮ່ວມສັນຍາ6 ເດືອນ
ພ້ອມອອບຊັັ້ນເສີມສັນຍາຕື່ມ 1ປີ ແລະສູບເສື້ອເບີ 21
ຫົວຫອກໄວ 38 ປີ ນັ້ງເຮືອບິນສ່ວນຕົວໄປເດິ່ນບິນລິນາເຕ້ ໂດຍມີຊະໂວນິເມຍ ໂບບັນໄປລໍຖ້າຮັບຢູ່ເດີ່ນບິນກ່ອນທີ່ເຈົ້າຕົວສິຮັບການກວດຮ່າງກາຍຕອນບ່າຍ
ຊະລາຕັນຜ່ານການກວດແບບບໍ່ມີປັນຫາ ແລະໄດ້ເຊັນສັນຍາກັບເອຊີ ມິລານຮຽບຮ້ອຍ
ສັນຍາທຳອິດແມ່ນ 6 ເດືອນກ່ອນສິມີເງື່ອນໄຂຕື່ມອີກ 1 ປີ ຕາມຜົນງາມທີ່ເຮັດໄດ້
ເທື່ອນີ້ອີບາຮິບໂມວິດ ສິສວມເສື້ອຫມາຍເລກ 21 ລົງສະໜາມ
