ຊາຍຫນຸ່ມຕົກ ສຸດທໍ້ແທ້ ຂໍຍ່າງເມືອເຮືອນ ຊາວບ້ານແຫ່ກັນເຂົ້າຊ່ວຍເຫລືອ.

ເລື່ອງ Hot ໂຊຊຽວ

ເອີ້ນໄດ້ວ່າເປັນອີກຫນຶ່ງເລື່ອງລາວທີ່ຊາວເນັດນັ້ນໄດ້ກ່າວເຖີງຫລາຍທີ່ສຸດ ເມື່ອຜູ້ໃຊ້ເຟດບຸກຊື່ “พงษ์นคร อินจันทร์ตระกูล” (ພງນະຄອນ ອິນຈັນຕະກູນ) ໄດ້ມີການໂພດຮູບລົງໃນກຸ່ມ ชุมชน ตนโนนไทย ( ຊຸມຊົນ ຄົນໂນໄທ) ໂດຍເປັນຮູບຊາຍຫນຸ່ມຄົນຫນຶ່ງພວມຍ່າງເມືອເຮືອນ ຜູ້ໂພດໄດ້ລະບຸວ່າ ບອກຕົກງານ ຊິເມືອເຮືອນຢູ່ສີສະເກດ ຍ່າງກາຍຮ້ານ ເຈ້ຫມີຊາພະຍອມ ກໍ່ໄດ້ໃຫ້ນ້ຳແລະເຂົ້າຫນມ ມີຫຍັງກໍ່ຊ່ວຍກັນໄປ. ຫລັງຈາກທີ່ເລື່ອງລາວດັງກ່າວໄດ້ເຜີຍແພ່ອອກໄປນັ້ນ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຢ່າງຫລາຍ.

ຕໍ່ມາພາຍຫລັງ ມີລາຍງານວ່າ ມີພົນລະເມືອງດີທີ່ໄດ້ພົບເຫັນກໍ່ເຂົ້າຂ່ວຍເຫລືອ ຕອນນີ້ປອດໄພດີແລ້ວ.

เครดิตภาพจาก เฟซบุ๊กชื่อ พงษ์นคร อินจันทร์ตระกูล