ການແລ້ນເປົນການຮັດກາຍທີ່ົດ້ຮັບຄວາມນິຍົມຢ່າງຫລວງຫລາຍ ຍ້ອນວ່າບໍ່ຕ້ອງໃຊ້ອິຫຍັງຫລາຍ ສາມາດແລ້ນໄດ້ຄົນດຽວ ແຕ່ລາງເທື່ອແລ້ນໄປກໍ່ເຈັບຄິງ
ເຊີ່ງເຮົາມີວິທີແກ້ໄຂໃນການແລ້ນທີ່ບໍ່ເຈັບເຂົ່າມາຝາກກັນ
1 ຍືດກ້າມເນື້ອ
ຄວນຍືດກ້າມເນື້ອເຂົ່າແລະຂໍ້ຕີກ່ອນ ຄ້າງໄວ້ 15 ວິ ເຮັດຕໍ່ເນື້ອງ 5 – 10 ເທື່ອ ເນ້ນກ້າມແຄ່ງ ກາງແອວ ແລະກົກຂາທັງຫນ້າແລະຫລັງ
2 ວອມອັບກ່ອນ
ການແລ້ນຄ່ອຍໆ ໄປກ່ອນ ເພື່ອຫ້ກ້າມເນື້ອແລະຮ່າງກາຍ ສາມາດປັບໂຕໄດ້
3 ເກີບກໍ່ສຳຄັນ
ຄວນເລືອກເກີບທີ່ພໍດີ ສາມາດຮັບແຮງກະແທກໄດ້ ແລະເປັນເກີບສຳລັບແລ້ນເທົ່ານັ້ນ
4 ເລືອກບ່ອນແລ້ນ
ບໍ່ຄວນແລ້ນໃນທີ່ລາດອຽງຫຼືລ້ຽວຢ່າງໄວວາ ແລະເປັນດິນຫລືຍາງສັງເຄົາະ
ຍ້ອນວ່າຊ່ອຍເປັນແຮງສົ່ງໂຕ ເຮັດໃຫ້ແລ້ນສະບາຍ
5 ບໍ່ກ້າວຍາວເກີນໄປ
ການແລ້ນກ້າວຍາວຫລືຍົກເຂົ່າສູງໄປ ເຮັດໃຫ້ຕ້ອງງໍເຂົ່າ ແລະເຮັດໃຫ້ເຈັບເຂົ່າອີກດ້ວຍ
6 ລົງນ້ຳຫນັກທີ່ສົ້ນຕີນ
ຫາກບໍ່ແມ່ນນັກກີລາແລ້ນ ກໍ່ບໍ່ຄວນລົງນ້ຳຫນັກປາຍຕີນ ຍ້ອນວ່າສິເຮັເໃຫ້ເຈັບເຂົ່າ ແລະເຈັບບີນ່ອງພ້ອມ
7 ໄລຍະທີ່ດີ
ເລີ່ມທຳອິດຢ່າຫັກໂຫມ ແລ້ນໄລຍະໄກ ນອກຈາກວ່າຮ່າງກາຍສິບໍ່ໄຫວແລ້ວ ຍັງເຮັດໃຫ້ເໝື່ອຍເກີນໄປ
ຄວນຄ່ອຍໆເພີ່ມຈຳນວນໄລຍະທາງໃນການແລ້ນ
8 ຄ່ອຍໆລົດຄວາມໄວ
ຍາມໃກ້ສິເຊົາແລ້ນແລ້ວ ໃຫ້ຄ່ອຍໆ ລົດຄວາມໄວລົງ ເພື່ອໃຫ້ຮ່າງກາຍໄປເອົາກົດແລກຕິກອອກໄປຈາກກ້າມເນື້ອ ເພື່ອມື້ອື່ນລິໄດ້ບໍ່ເຈັບຂາຫລາຍ
9 ຟິດກ້າມເນື້ອກົກຂາ
ຮັດກາຍດ້ວຍກົກຂາດຸໆ ສິຊ່ອຍໃຫ້ກ້າມຂາແຂັງແຮງ
10 ປ່ຽນຊະນິດກີລາ
ຖ້າເຮັດມາທັງ 9 ແລ້ວຍັງບໍ່ສາມາດເຮັດໄດ້ ຫລືບໍ່ໄຫວ ໃຫ້ລອງປ່ຽນກີລາເບີ່ງ ເຊັ່ນ ຖີບລົດຈັກ ລອຍນ້ຳ ຫລິ້ນໂຍຄະ
ແຕ່ຖ້າຍັງບໍ່ດີຂຶ້ນກໍ່ຄວນໄປຫາໝໍ