7 ສູດມາກໜ້າ ຫາບໍ່ຍາກ ເຮັດເອງໄດ້ຢູ່ເຮືອນ

ສຸກະພາບ & ຄວາມງາມ

1. ສູດຫມາກນາວ+ໂຍເກີດ
ປະສົມໂຍເກີດແລະນ້ຳຫມາຫກນາວ ໃຫ້ເຂົ້າກັນດ້ວຍອັດສ່ວນ 1 ຕໍ່ 1 ສ່ວນ ທາບລົງເທີງໜ້າ
ຖິ້ມໄວ້ 15 ນາທີ ແລ້ວລ້າງອອກໃຫ້ສະອາດ ບໍ່ຄວນໃຫ້ຜິວຖືກແດດໂດຍທີ ຍ້ອນວ່ານ້ຳຫມາກນາວມີຄວາມເປັນກົດເຮັດໃຫ້ໄວຕໍ່ແສງ ຈຶ່ງຄວນທາຄີມບຳລູງຜິວກ່ອນ

2. ສູດໂຍເກີດ+ນ້ຳເຜີ້ງ
ໃຫ້ເອົາໂຍເກີດ 1 ສ່ວນປະສົມກັບນ້ຳເຜີ້ງ 1 ສ່ວນໃນທີ່ເທົ່າກັນ ແລ້ວທາລົງເທີງຫນ້າ ຖິ້ມໄວ້ຈັກໜ້ອຍແລ້ວລ້າງອອກ
ຊ່ອຍກຳຈັດເຊວຜິວ

3.ສູດຫມາກນາວ+ ນ້ຳເຜີ້ງ
ໝາກນາວກັບນ້ຳເຜີ້ງເປັນຂອງຄູ່ກັນ ມີໃນເມຍູນ້ຳກິນແລະສູດມາກໜ້າ ໃຫ້ປະສົມໝາກນາວກັບນ້ຳເຜີ້ງຢ່າງລະເທົ່າໆກັນ

4.ສູດກ້ວຍ + ໝາກນາວ + ນ້ຳເຜີ້ງ
ໃຫ້ເອົາກ້ວນ 1 ຫນ່ວຍ ມາບົດໃຫ້ລະອຽດ ແລ້ວເອົາມາປະສົມກັບນ້ຳເຜີ້ງຢ່າງລະ 1 ຊ້ອນໂຕະ
ຄົນໃຫ້ເຂົ້າກັນແລ້ວເອົາມາມາກຫນ້າ ຖິ້ມໄວ້15 ນທີ ແລ້ວລ້າງອອກ ກ້ວຍສິຊ່ອຍໃຫ້ຜິວແຂັງແຮງ
ແລະຊ່ອຍລົດຈຸດດ່າງດຳ

5. ສູດວ້ານຫາງແຂ້ + ນ້ຳເຜີ້ງ
ໃຫ້ນຳເຈວວ່ານແຂ້ມານຳໃຊ້ ຍ້ອນສິເຮັດສະດວກ ປະສົມກັບນ້ຳເຜີ້ງ 2:1 ສ່ວນ
ຄົນໃຫ້ເຂົ້າກັນແລ້ວມາທາຜິວຫນ້າ 30 ນາທີ ແລ້ວລ້າງອອກ

6. ສູດໄຂ່ດາວ
ຕອກໄຂ່ໄກ່ 1 ຫນ່ວຍ ລົງໃນຖ້ວຍ ແລ້ວແຍກໄຂ່ແດງກັບໄຂ່ຂາວອອກຈາກກັນ
ແລ້ວຕີໄຂ່ຂ່າວຈົນເປັນຟອງແລ້ວໃຊ້ແປງເອ້ຈຸ່ມແລ້ວທາທັ້ງຫນ້າ

7.ສູດນົມປ້ຽວ
ໃຫ້ເອົານົມປ້ຽວໄປແຊ່ເຢັນກ່ອນ ຈາກນັ້ນເອົາມາເທໃສ່ຖ້ວຍແລ້ວໃຊ້ສຳລີແບບແຜ່ນຈຸ່ມລົງໄປ
ແລ້ວມາວາງແປະຖົ້ວຫນ້າ ຖິ້ມໄວ້ 30 ນາທີ ແລ້ວລ້າງອອກ
ນົມປ້ຽມເຮັດໃຫ້ຜິວກະຊັບ ແລະຫນ້າສັດໃສ

ຫມົດແລ້ວສຳລັບ 7 ສູດມາກຫນ້າງ່າຍໆ ເຮັດເອງທີ່ເຮືອນໄດ້ ໃຜສະດວກຫາຊື້ວັດຖຸດິບຫລືຂອງທີ່ມັກກໍ່ລອງໄປເຮັດເບີ່ງໄດ້

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น