ໂປຕີນຖືເປັນສານອາຫານທີ່ສຳຄັນສຳລັບຜູ້ທີ່ຢາກມີຮູບຮ່າງງາມ ມີກ້າມເນື້ອ
ໂປຕີນມີຫລາຍທັງໃນພືດແລະສັດ ເຊີ່ງປໍລິມານແຕ່ລະຢ່າງກໍ່ຕ່າງກັນອອກໄປ
ມື້ນີ້ເຮົາສິມາແນະນຳວ່າ ມີຫຍັງແດ່ທີ່ເຕັມໄປດ້ວຍໂປຕີນ ກິນແລ້ວອິ່ມດົນ ແລະທີ່ສຳຄັນມີໄຂມັນໜ້ອຍ
ໃຜທີ່ຮັດກາຍເພື່ອສ້າງກ້າມເນື້ອ ຫ້າມພາດເດັດຂາດ
1.ເນື້ອງົວ
ຄວນສິກິນຫລັງຮັດກາຍ ບໍ່ວ່າສິເປັນເນື້ອອົບ ຫລືສະເຕັກກໍ່ດີ
ໂດຍເນື້ອງົວຊິ້ນໜ້ອຍໆກໍ່ເຮັດໃຫ້ອິ່ມໄດ້ດົນ ປໍລິມານ 100 ກຳ ສິໄດ້ໂປຕີນເຖີງ 26 ກຳ
ສ່ວນເລື່ອງໄຂມັນບໍ່ຕ້ອງຫ່ວງ ແຄ່ເລືອກກິນທີ່ບໍ່ຕິດມັນ ຫລືຖ້າໄປກິນຢູ່ຮ້ານແລ້ວມີມັນຕິດມາກໍ່ແຄ່ຕັດຖິ້ມ
2.ເອີີ້ກໄກ່
ສິກິນແບບລົມຄວັນ ຕົ້ມ ຫລືປິ້ງກໍ່ແຊບຫລາຍ ແລະຍັງເປັນບ່ອນທີ່ເນື້ອແນ່ນທີ່ສຸດ ຊິ້ນໜ້ອຍໆກໍ່ສາມາດໃຫ້ໂປຕີນໄດ້ເຖີງ 28 ກຳ ອິ່ມທ້ອງໄປຫລາຍຊົ່ວໂມງ
ແຕ່ຕ້ອງລະວັງຫນັງໄກ້ ຍ້ອນວ່າມີໄຂມັນ
- ອັນມ້ອນ
ອັນມ້ອນເປັນຖົງໜ້ອຍໆກໍ່ໃຫ້ໂປຕີນໄດ້ເຖີງ 30 ກຳ ເຖີງວ່າໄຂມັນສິຢູ່ທີ່ 71 ກຳ
ແຕ່ໄຂມັນຈາກອັນມ້ອນກໍ່ຖືວ່າເປັນໄຂມັນຊັ້ນດີ ແຕ່ຕ້ອງກິນໃຫ້ພໍຄວນ
4.ອະໂວຄາໂດ້
ອະໂວຄາໂດ້ຖ້ວຍໜຶ່ງສິໄດ້ໂປຕີນປະມານ 3 ກຳ ລົດຊາດອອກມັນໆ ເຫມາະກັບເອົາໄປບົດໃຫ້ລະອຽດແລ້ວທາກັບແປ້ງຈີ່ແທນເນີຍ
5.ໄຂ່
ໄຂ່ 1 ໜ່ວຍ ໃຫ້ໂປຕີນເຖີງ 7 ກຳ ແນະນຳວ່າໃຫ້ກິນແບບຕົ້ມດີທີ່ສຸດ ຍ້ອນວ່າສິມີເນື້ອແນ່ນ ແລະອິ່ມດົນ
ນອກຈາກນີ້ແລ້ວຍັງບໍ່ຕ້ອງຄຶດວ່າສິອ້ວນ ຍ້ອນນ້ຳມັນທີ່ໃຊ້ທອດໄຂ່ພ້ອມ
6.ປາແຊວມ່ອນ
ປາສີສົ້ມທີ່ຫລາຍຄົນມັກ ເຕັມໄປດ້ວຍໂປຕີນ ແຊວມ່ອນແຄ່ຊິ້ນດຽວ ນ້ຳຫນັກ 100 ກຳ ໃຫ້ໂປຕີນເຖີງ 20 ກຳ
ດີຕໍ່ໃຈ ດີຕໍ່ສຸກະພາບຂອງຄົນທີ່ມັກຮັດກາຍແລະດູແລຮຸບຮ່າງ ວິທີປູງກໍ່ບໍ່ຍາກ ແຄ່ທາເກືອບາງໆ ຫລືໝັກຊ້ອດ ແລະເອົາໄປຈີ່ກໍ່ແລ້ວ