10 ປະໂຍດໂຍຄະ ເຮັດໄດ້ງ່າຍໆ ມີປະໂຍດຕໍ່ຮ່າງກາຍແລະຈິດໃຈ.

ສຸກະພາບ & ຄວາມງາມ

ໂຍຄະມີມາຍາວນານກວ່າ 5,000 ປີ ເກີດເທື່ອທຳອິດຢູ່ອິນເດຍມີຮາກສັບມາຈາກພາສາສັນວະກິດ ແປວ່າ ການຮວມຮ່າງກາຍ ຈິດໃຈ ແລະວິນຍານ ໃຫ້ເປັນຫນຶ່ງດຽວ.ເປັນການຝຶກການຫາຍໃຈ ຮ່າງກາຍ ແລະສະມາທິ ເຊີ່ງກໍ່ມີປະໂຍດດັງນີ້.

1.ເພີ່ມຄວາມຍືດຫຍຸ່ນ
ຊ່ອຍລົດປັນຫາການປວດກ້າມເນື້ອ.

2.ເພີ່ມຄວາທແຂັງແຮງ.
ທ່າໂຍຄະຊ່ອຍຖ່າຍນ້ຳໜັກໃຫ້ສົມດຸນ ຊ່ອຍໃຫ້ແຂນມີແຮງຄ້ຳຍັນ.

3.ເສີມສ້າງກ້າມເນື້ອ
ການເກງສ່ວນຕ່າງໆໃຍຮ່າງກາຍສິຊ່ອຍໃຫ້ບ່ອນນັ້ນແຂັງແຮງ.

4.ຊ່ອຍປັບສົມດຸນ
ຫານຊົງໂຕທ່າຕ່າງໆ ເຊັ່ນ ການຊົງໂຕດ້້ວຍຂາດຽວ ຫລື ທ່າປິ້ນຫົວ ເຮັດໃຫ້ຮ່າງກາຍມີແກນກາງ ເຮັດໃຫ້ຮ່າງຫາຍນັ້ນສົມດຸນ

5.ຂໍ້ດີຂຶ້ນ
ໂຍຄະຊ່ອຍຕື່ມຄວາມແຂັງແຮງບໍລະເວນຂໍ້ຕໍ່ ເຮັດໃຫ້ອາການເຫມື່ອຍລົດລົງ ເຄື່ອນໄຫວໄດ້ຫລາຍຂຶ້ນ.

6.ລົດການປວດຫລັງ
ການຢູ່ທ່າເດີມໆດົນຈະເຮັດໃຫ້ປວດຫລັງ ໂຍຄະຈະຊ່ອວຍປັບສົມດຸນ ເຮັດໃຫ້ອາກາ່ນປວດຫລັງດີຂຶ້ນແລະຫາຍໄປໃນທີສຸດ.

7.ຫັນໃຈເປັນຈັງຫວະ
ການຝຶກຫັນໃຂແບບໂຍຄະເອີ້ນວ່່າ ປຣານະຍາມະ ເຊີ່ງຊ່ອຍໃຫ້ຫັນໃຈໄດ້ນານແລະລຶກຂຶ້ນ ເຮັດໃຫ້ຮ່່ງກາຍໄດ້ຮັບອາກາດມາຫລໍ່ລ້ຽງ

8.ເຮັດໃຫ້ຈິດໃຈສະຫງັບ
ການເຮັດໂຍຄະຊ່ອຍໃຫ້ຝຶກສະມາທິ ບໍ່ຫົນຫວຍ

9.ຜ່ອນຄາຍຄວາມຄຽດ
ເມື່ອເຮົາມີສະມາທິທີ່ດີແລ້ວຮ່າງວກາຍແລະສິຫມອງກໍ່ຈະລົດຄວາມຄຽດ ເຮັດໃຫ້ຜ່ອນຄາຍຮູ້ສຶກສະບາຍ

10.ເພີ່ມຄວາມຫມັ້ນໃຈ
ການຫລິ້ນໂຍຄະ ຈະຊ່ອຍເຊື່ອມໂຍງຈິດໃຈ ເຮັດໃຫ້ເຂົ້າໃຈຕົວເອງຫລາຍຂຶ້ນ ເຮັດໃຫ້ບໍ່ເກງໂຕ ຮູ້ສຶກຫມັ້ນໃຈ

 

ປະໂຍດຂອງໂຍຄະຫລາຍປານນີ້ ເຈົ້າຕ້ອງໄປລອງຮັດກາຍແນວໂຍຄະເບີ່ງ ຍ້ອນໄດ້ທັງຮ່າງກາຍແລະຈິດໃຈ