ໃຜສິໄປກິນລົງ ສາວຊື້ຫມາກກ້ຽງເປັນຂອງຝາກຊ່ວງປີໃໝ່

ເລື່ອງ Hot ໂຊຊຽວ

ເປັນອີກຫນຶ່ງເລື່ອງລາວທີ່ແຫ່ຄອມເມັ້ນກັນລົວໆ ຫລັງມີຜູ້ໃຊ້ເຟດບຸກວ່າ สายสืบออนไลน์
ຫຼັງໄປຊື້ຫມາກກ້ຽງພ້ອມລະບຸຂໍ້ຄວາມວ່າ ເຕືອນເດີ້ ກ່ອນສິຊື້ຫຍັງກວດເບີ່ງກ່ອນໃຫ້ຈັບດີ ເມື່ອວັນທີ 27 ເດືອນທັນວາ ຕອນສາມໂມງແລງ ເຮົາໄປຕະຫຼາດບົວທອງ ຢູ່ຫົວອິດ ເພື່ອຫາຊື້ຫມາກໄມ້ໄປຕ້ອນຍາດໆ

ເຮົາເຫັນຮ້ານຫນຶ່ງຫມາກກ້ຽງງາມຫລາຍເລີຍຊື້ ແມ່ຄ້າກໍ່ໃຈດີ ແລ້ວມິຜູ້ຊາຍຫິ້ວຖົງຫມາກກ້ຽງຂຶ້ນລົດເຮົາ
ຍ້ອນຄວາມເຊື່ອໃຈ ເລີຍຟ້າວເມືອບ້ານບໍ່ໄດ້ກວດເບີ່ງ ພໍຮອດບ້ານແລ້ວພົບວ່າ ຫມາກກ້ຽງຂີ້ຮ້າຍແຮງ ບໍ່ງາມບໍ່ຄືກັບທີ່ເຫັນຢູ່ຕະຫຼາດ ມີແຕ່ຫນ່ວຍເນົ່າໆ ຊ້ຳໆ ບໍ່ແຊບນຳ ແມ່ຄ້າຄວນສິມີຈັນຍາບັນກວ່ານີ້ ຂາຍຫນ້າຮ້ານແນວໃດ ກໍ່ຄວນຂາຍໃຫ້ລູກຄ້າແນວນັ້ນ.

ເຄດິດພາບ สายสืบออนไลน์