ສາວໆຫລາຍຄົນກໍ່ຄົງຢາກງາມຂຶ້ນແມ່ນບໍ່ ຕ້ອງຫາສາລະພັດວິທີມາເຮັດໃຫ້ງາມ ທຸ້ມທຶນໃນການເສີມຄວາມງາມ ຫລືການແຕ່ງເຄື່ອງ ແຕ່ງເອ້ ກໍ່ເຊັ່ນກັນ. ແຕ່ການດູແລເຈົ້າຂອງກໍ່ເປັນເລື່ອງທີ່ສຳຄັນ
ເຮັດໃຫ້ງາມຈາກພາຍໃນສູາພາຍນອກ.
ແນວໃດແດ່ ໄປເບີ່ງກັນເລີຍ.
1.ກິນຂອງທີ່ມີປະໂຍດ.
ກິນຂອງທີ່ບໍ່ທຳຮ້າຍຮ່າງກາຍ ແລະຕ້ອງກິນໃຫ້ຄົບ 5 ຫມູ່.
ທີ່ສຳຄັນບໍ່ຄວນອົດມື້ເຊົ້າ.
2.ຮັດກາຍຢ່າງສະຫມ່ຳສະເຫມີ.
ຮັດກາຍຊ່ອຍໃຫ້ສຸກະພາບດີ ບໍ່ເຈັບບໍໄຂ້ ຄ່ອຍໆປັບທີລະ5 ນາທີ ເລີ່ມທີ່15 ໄປເລື່ອຍໆ
3.ນອນຫລັບພັກຜ່ອນໃຫ້ພຽງພໍ.
ການນອນກໍ່ສຳຄັນ ຍ້ອນຮ່າງກາຍກໍ່ຄືກັບໄຟຟ້າ ທີ່ຕ້ອງການຊາດກຳລັງ.ຖ້ານອນບໍ່ພໍ ຮ່າງກາຍກໍ່ບໍ່ເສົາະໃສ
ແລະເກີດພະຍາດໄດ້.
4.ນັ້ງສະມາທິ ຕື່ມສະຕິ ພັດທະນາສະຫມອງ.
ການນັ້ງສະມາທິ ມີປະໂຍດຫລາຍ ຊ່ວຍຫລຸດຄວາມຄຽດ ເຮັດໃຫ້ໃຈເຢັນ ຊະລໍລິ້ວລອຍຕໍ່ໄວ.
5.ຍິ້ມແລະຫົວບ່ອຍໆ.
ການຍິ້ມແລະຫົວເປັນສິ່ງທີ່ຮ່າງກາຍເຮັດໄດ້ໂດຍທຳມະຊາດ.
ເຮັດໃຫ້ຮ່າງກາຍຫລັ່ງສານຄວາມສຸກ ບໍ່ຕ້ອງກັງວົນ ແລະເປັນໂລກຊຶມເສົ້າ. ແມ່ຢິງງາມສຸດກໍ່ແມ່ນຕອນຍິ້ມນີ້ແຫລະ.