ສາວສະດຸ້ງ ຫລັງສັ່ງຍຳຫມາກມຫມ່ວງງານວັດ ກ່ອນຖາມລາຄາແມ່ຄ້າ.

ເລື່ອງ Hot ໂຊຊຽວ

ເອີ້ນໄດ້ວ່າເປັນອີກຫນຶ່ງເລື່ອງລາວທີ່ໂລກອອນລາຍໃຫ້ຄວາມສົນໃຈຢ່າງຫລວງຫລາຍ ເມື່ອຜູ້ໃຊ້ເຟດບຸກລານຫນຶ່ງໄດ້ອອກມາເຜີຍເລື່ອງລາວຫລັງຖືກແມ່ຄ້າຟັນລາຄາຍຳຫມາກຫມ່ວງ ບອກເລີຍວ່າໄດ້ຍິນແລ້ວເຖີງກັບເວົ່າບໍ່ອອກ ຜູ້ໂພດລະບຸຂໍ້ຄວາມວ່າ “ໃຜໄປທ່ຽວງານວັດສະຫລອງມາແລ້ວແດ່ ເມື່ອຄືນເຮົາໄປທ່ຽວມາແລ້ວໄດ້ສັ່ງຍຳໃນວັດສະຫລອງຮ້ານຫນຶ່ງ ໄຂ່ປາ+ຫອຍ ຫນ້ອຍຫນຶ່ງ (ຈາມພາບ) ໄດ້ສ່ຳແມວດົມ ຫມາກຫມ່ວງເທົ່າໄຂ່ໄກ່ໃສ່ມາໃຫ້ຫນ້ອຍຫນຶ່ງ ຮ້ານນີ້ບໍ່ມີລາຄາບອກເລີຍ ຄືວ່າສັ່ງໄປແລ້ວ ໃນໃຈຄຶດວ່າຄົງບໍ່ແພງ ແຕ່ກໍ່ເອົາເຖົາະຍຳ 1 ຖົງ ຄົງບໍ່ເກີນ 150 ບາດ ແຕ່ແມ່ຄ້າບອກວ່າ 220!! ”

ໂອ້ໂຫ ສະຕັ້ນໄປ 3  ວິ ຖາມແມ່ກັບໄປອີກວ່າເທົ່າໃດ ຄຶດວ່າຟັງຜິດ ແມ່ຄ້າກໍ່ຍັງຕອບວ່າ 220 ຍ່າງອອກຈາກຮ້ານຄຶດປອບໃຈເຈົ້າຂອງວ່າ ເອົາເຖົາະແພງປານນີ້ຄົງຕ້ອງແຊບແທ້ ປາດແລ້ວພໍແຕ່ກິນຮອດແຕ່ບໍ່ແຊບເລີຍ ຂາຍແພງໂພດ ບໍ່ດາມ່າ ບໍ່ໂລກສວຍເນົາະ ແຄ່ຢາກເຕືອນແລະບອກຕໍ່ ຖ້າສິດີໃຫ້ຖາມລາຄາກ່ອນຊື້ ສິໄດ້ບໍ່ເສຍດາຍເງີນແບບເຮົາ.

ເຄດິດພາບຈາກເຟດບຸກ.