ສອງນິກເຕະຫມາກຫວາຍສາວທີມຊາດໄທ “ສະສິວິມົນ & ອໍລະໄທ” ຈູງມືກັນດອງຫວານຊື່ນ

ຂ່າວກີລາ

ເປັນເລື່ອງລາວປະເດັນຮ້ອນແຮງໃນວົງການກີລາໄທ ເມື່ອນັກເຕະຫມາກຫວາຍສອງສາວຜູ້ເປັນເຈົ້າຂອງຫຼຽນທອງລ່າສຸດ “ຕຶ້ດຕີ່-ສະສິວິມົນ ຈັນທະສິດ ” ໄດ້ເຮັດການຄວງແຂນແຟນສາວ ອະດີດນັກເຕະຫມາກຫວາຍທີມຊາດໄທ

“ພັດ-ອໍລະໄທ ບົວສີ” ເຂົ້າສູ່ພິທີດອງຢ່າງເປັນທາງການແລະເປັນໄປຢ່າງຮຽບຮ້ແຍໃນວັນທີ່ 4 ເດືອນມັງກອນ ທ່່ຜ່ານມາ ໃນບັນຍາກາດອັນມ່ວນຊື່ນມ

ພິທີດອງດັງກ່າວຈັດຢູ່ຍ້ານເລກທີ່21 ຫມູ່ 13 ຕຳບົນຫນອງຜື ອຳເພີ ເຂມມະລາດ ຈັງຫວັດອຸບົນລາດຊະທານີ
ຢ່າງລຽບງ່າຍ ມີຍາດຜູ້ໃຫຍ່ ແລະຄົນສະນິດທັງສອງຝັ່ງຮວມໄປຸຄງບັນດາຫມູ່ຄູ່ ນັກກີລາທັງສອງໄປຮ່ວມຍິນດີ
ທັງສອງຮັກກັນມາແລ້ວ  7ປີ ໂດຍຮັກເທື່ອທຳອິດຕອນເກັບໂຕເພື່ອຝຶກຊ້ອມໃນລາຍການຫມາກຫວາຍຊາຍຫາດທີມຊາດໄທ ເພື່ອໄປແຂ່ງຢູ່ເມືອງ ໄຫ່ຢາງ ປະເທດຈີນ ປີ 2012 ກ່ອນທີ່ສິຕັດສິນໃຈຄົບຫາກັນ

“ສະສິວິມົນ ຈັນທະສິດ” ເກີດທີ່ຈັງຫວັດຈັນທະບູລີ ຕິດທີມຂາດເມື່ອ 2010 ແລະເຂົ້າຮ່ວມກີລາຊີເກມເທື່ອທຳອິດຢູ່ ລາວ ຈາກນັ້ນກໍ່ໄດ້ຮ່ວມຊີເກມເທື່ອທີ່ 25 ແລະໃນເທື່ອລ່າສຸດເທື່ອທີ່  30 ຢູ່ປະເທດຟິລິປີນ ໄດ້ຄວ້າຫຼຽນທອງທີມຢິງດ່ຽວມາ
ສ່ວນ “ອໍລະໄທ ບົວສີ” ຕິດທີມຊາດແລະຮ່ວມທີມຕຳແຫນ່ງເສີບ ກັບການແຂັ່ງຊີເກມເທື່ອທີ່  26 ເມືອງປາລຳບັງ ອິນໂດນີເຊຍ ກໍ່ຖືວ່າເປັນໂຕຫລັກຂອງທີມຊາດໄທ ແຕ່ຕອນນີ້ເປັນອະດີດໄປແລ້ວ

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น