ປ້າເລົ່ານາທີ ສາວແສບໃຊ້ເງີນປອມຕົວະຊື້ເຂົ້າຜັດກະເພົາ ລ່າສຸດຄົນແຫ່ມາຊື້ ມາໃຫ້ແຮງໃຈ.

ຂ່າວດ່ວນມື້ນີ້

ຈາກກໍລະນີຜູ້ໃຊ້ເຟດບຸກຂື່ Eak ARonly Suphanburi ໄດ້ໂພດເລົ່າເລື່ອງລາວຂອງປ້າຜູ້ຫນຶ່ງທີ່ຖືກຕົວະໂດຍມີຄົນເອົາເງີນປອມ ມາຊື້ເຂົ້ານຳລາວ ຈົນມີຄົນບົນອອນລາຍຊ່ອຍກັນແຊໂພດຕໍ່ຢ່າງຫລວງຫລາຍ.

ລ່າສຸດເມື່ອ 5 ໂມງເຊົ້າ ຂອງວັນທີ່19. ທັນວາ 2019.

ຮ້ອຍຕຳລວດເອກທີລະນິດການຈະນະ ຮອງສາລະວັດສືບສວນ ນຳເອົາເຈົ້າຫນ້າທີ່ຕຳລວດຊຸດສືບສວນ

ສໍພໍເມືອງສຸພັນບູລີ ເຂົ້າກວດສອບເພື່ອຫາຂໍ້ມູນໃນການຕິດຕາມຜູ້ຮ້າຍທີ່ບໍລະເວນຫນ້າໂຮງຮຽນແຫ່ງຫນຶ່ງໃນ ອຳເພີເມືອງ ພົບນາງສົມພິດ ລິດທິເດດ ອາຍຸ 70 ປີ ຜູ້ເສຍຫາຍ ພວມຕັ້ງຮ້ານເພື່ອຂາຍແນວກິນທີ່ຫນ້າໂຮງຮຽນສຸພັນພູມ.

ຈາກການສອບຖາມນາງສົມພິດ ເລົ່າວ່າຕົນມີຖານະຍາກຈົນຫາເຊົ້າກຶນຄ່ຳ ແລະຕ້ອງລ້ຽງຫລາຍອີກ 2 ຄົນພຽງຜູ້ດຽວ.

ແລະໃນທຸກເຊົ້າຈະຍູ້ລົດມາຂາຍແນວກິນຕາມສັ່ງຕອນ 4 ໂມງເຊົ້າຮອດ 3 ໂມງແລງລາຄາຖືກພຽງກ່ອງລະ 10 ບາດ

ແລະເມື່ອວັນທີ່ 18 ທັນວາ ທີ່ຜ່ານມາ ເວລາປະມານສອງໂມງແລງມີແມ່ຍິງຂີ່ລົດຈັກສຸບຫມວກ ເບີ່ງຊົງມີອາຍຸແລ້ວ ມາຈອດຊື້ລູກຊິ້ນແລະເຂົ້າຜັດກະເພົາຈຳນວນ 70 ບາດ

ຫລັງຈາກຮັບແນວກິນແລ້ວໄດ້ຍື່ນເງີນໃຫ້ 500 ເລີຍທອນຄືນ 400 ບາດແລະອີກ 30 ພວມສິຫຍິບໃຫ້ແມ່ຍິງຄົນນັ້ນກໍ່ຂັບລົດອອກໄປເລີຍ ຈຶ່ງໄດ້ຫຍິບໃບ 500 ມາເບີ່ງ

ກໍ່ຮູ້ວ່າເປັນເງີນປອມ ຈຶ່ງຟ້າວໄປຂໍຄວາມຊ່ວຍເຫລືອຮ້ານຂາຍເຄື່ອງຂ້າງໆ ແລະໄປແຈ້ງຄວາມໃຫ້ເອົາຜິດຄົນຮ້າຍ

ທາງເຈົ້າຫນ້າທີ່ຕຳລວດໄດ້ກວດສອບກ້ອງວົງຈອນປິດເພື່ອດຳເນີນຕາມກົດຫມາຍຕໍ່ໄປ.

ທີ່ມາ viralsfeedpro