ນ້ຳເຜີ້ງຫມາກນາວ ແຄ່ຈິບຕອນເຊົ້າກໍ່ໄດ້ປະໂຍດເນັ້ນໆ.

ສະຕາຍການໃຊ້ຊີວິດ

ນ້ຳເຜີ້ງຫມາກນາວຖືເປັນຢາອາຍຸວັດທະນະມາແຕ່ບູຮານນ ຍ້ອນມີລົດຫວານແລະໄດ້ຈາກທຳມະຊາດແລະຫມາກນາວເປັນພືດທີ່ມີວິດຕາມິນຊີສູງ.ຊ່ອຍຮັກສາສຸກະພາບໄດ້ດີ ມາເບີ່ງກັນ ຮັກສາແນວໃດແດ່.

ນ້ຳເຜີ້ງຫມາກນາວປູງແນວໃດ.

ນ້ຳເຜີ້ງຫມາກນາວສາມາດປູງໄດ້ງ່າຍໆ ເອົາຫມາກນາວເຄີ່ງຫນ່ວຍ ມາບີບປະສົມກັບນ້ຳເຜີ້ງ 1 ຊ້ອຍຊາ. ຫລືອາດປະສົມກັບນ້ຳ ໂຊດາກໍ່ໄດ້.

ກິນນ້ຳເຜີ້ງຫມາກນາວຕອນເຊົ້າມີປະໂຍດແນວໃດ.

ປະໂຍດມີຫລວງຫລາຍ ຖ້າກິນຕອນເຊົ້າມີດັງນີ້.

ຊ່ອຍໃຫ້ຮ່າງກາຍສົດຊື່ນ. ຫາກແມ່ນກິນກາເຟຍາມເຊົ້າສິເຮັດໃຫ້ຮ່າງກາຍອ່ອນເພຍ.ແຕ່ຖ້າເປັນນ້ຳເຜີ້ງຫມາກນາວກໍ່ຈະຍ່ອຍໃຫ້ຮ່າງກາຍຊົດຊື່ນໄດ້ເຊັ່ນດຽວກັນ.

ກະຕຸ້ນການຖ່າຍທ້ອງ. ຫລັງກິນນ້ຳເຜີ້ງຫມາກນາວໃຫ້ລຸກໄປຮັດກາຍ 15-30 ນາທີ ຮ່າງກາຍສິອົບອຸ່ນແລະຮູ້ສຶກຢາກຖ່າຍທ້ອງທັນທີ.

ລົດຄວາມຫິວ. ຍ້ອນກະເພາະຈະຖືກເຕີມເຕັມໄປດ້ວຍປະລິມານຂອງນ້ຳທີ່ກິນໄປແລະຊ່ວຍກະຄຸ້ນການເຮັດວຽກຂອງສະຫມອງໃຫ້ຮູ້ສຶກອິ່ມໄວກວ່າເກົ່າ.

ແກ້ໄອເຈັບຄໍ. ນ້ຳເຜີ້ງຫມາກນາວເຮັດໃຫ້ຊຸ້ມຄໍແລະຍັງຍັ້ງແບດທິເຮຍໃນລຳຄໍ ຊ່ອຍໃຫ້ເຊົາເຈັບຄໍໄດ້.