ຖິ້ມລູກນັ່ງໄຫ້ ຕາລິໂຕນເດັກຢິງ 4 ປີ ນັ່ງໄຫ້ປຸກພໍ່ເມົາຫນັກຫນ້າສ້ວມ

ເລື່ອງ Hot ໂຊຊຽວ

ເອີ້ນໄດ້ວ່າເປັນອີກຫນຶ່ງເລື່ອງລາວທີ່ໄດ້ເຜີຍແພ່ ເຈົ້າຫນ້າທີ່ຕຳລວດ ສໍພໍ ເມືອງຕາດ ຮັບແຈ້ງວ່າມີຜູ້ຊາຍ

ນອນເມົາ ໂດຍມີເດັກຢິງ 4 ປີ ເຊີ່ງຄາດວ່າເປັນລູກສາວ ນັ້ງໄຫ້ຢູ່ຫນ້າສ້ວມ ບາງຈາກ ຕຳບົນເນີນຊາຍ ອຳເພີເມືອງຕາດ ຈັງຫວັດຕາດ. ລະຫວ່າງນັ້ນມີຫມູ່ຜູ້ຊາຍຂອງລາວຍ່າງມາບອກວ່າ ລາວອາຍຸ 32 ປີ ເຮົາຕັ້ງວົງກິນເຫລົ້າຕັ້ງແຕ່ຢູ່ບ້ານແລ້ວ ແລະໄດ້ຊວນກັນໄປທ່ຽວງານເຄື່ອງສຽງ ໂດຍໄດ້ເອົາລູກອອກມານຳຍ້ອນວ່າເມຍໄປເຮັດວຽກຕ່າງຈັງຫວັດ

ຫລັງທ່ຽວງານລາວໄດ້ຂໍໄປເຂົ້າສ້ວມແລ້ວຫາຍໄປ. ຈຶ່ງໄດ້ຍ່າງຫາແລ້ວເຫັນວ່າເມົານອນຫນ້າສ້ວມເລີຍໂທເອີ້ນລົດກູ້ໄພນຳເອົາສອງພໍ່ລູກເມືອສົ່ງເຮືອນຢ່າງປອດໄພ.