ເຂົ້າກ້ອງ ແປ້ງບໍ່ຂັດສີ ມີດີແນວໃດ?

ສຸກະພາບ & ຄວາມງາມ

ເຂົ້າເປັນຫນຶ່ງໃນສ່ວນປະກອບຂອງອາຫານທຸກມື້

ເຊີ່ວເປັນຄາໂບໄຮເດດມີ 2 ປະເພດ ຄື ຄາໂບໄຮເດດເຊີງດ່ຽວ ຈຳພວກແປ້ງຂັດສີ ເຊັ່ນເຂົ້າຂາວ ເຂົ້າຈີ່ຂາວ ນ້ຳຕານຊາຍຂາວ ເຊີ່ງມີກາກໃຍນ້ອຍຫລາຍ ແລະແປ້ງບໍ່ຂັດສີ ໄດ້ແກ່ ເຂົ້າກ້ອງ ນ້ຳຕານຊາຍແດງ ເຊີ່ງມີກາກໃຍສູງ ໂດຍສານອາຫານນີ້ເຫມາະກັບຄົນທີ່ີ້ອງການຫລຸດນ້ຳຫນັກ

ຫລືຄົນທີ່ຮັກສຸກະພາບ

1.ຊ່ອຍກະຕຸ້ນລະບົບຂັບຖ່າຍ

ຍ້ອນວ່າມຮກາກໃຍສູງ ເສັ້ນໃຍນີ້ສິຊ່ອຍກວາດໄຂມັນແລະແລະນ້ຳຕານສ່ວນເກີນທີ່ກິນເຂົ້າໄປແລ້ວກາຍເປັນຂີ້ແລະສິເຮັດໃຫ້ຂີ້ງ່າຍ.

2.ຫລຸດຄວາມສ່ຽງຂອງພະຍາດຕ່າງໆ

ເຂົ້າກ້ອງຫລຸດຄວາມສ່ຽງຂອງເບົາຫວານ ຍ້ອນວ່າບໍ່ເຮັດໃຫ້ມີນ້ຳຕານສູງຄືເຂົ້າຂາວ ແລະຫລຸດຄວາມສ່ຽງມະເລັງລຳໄສ້ຍ້ແນວ່າເຮັດໃຫ້ຂັບຖ່າຍໄດ້ດີ

3.ຊ່ອຍລົດນ້ຳຫນັກແລະລົດຄວາມອ້ວນ

ຮ່າງກາຍສິໃຊ້ເວລາໃນການຍ່ອຍ ເຮັດໃຫ້ດຶງພະລັງງານເກົ່າທີ່ສະສົມຢູ່ໃນຮູບໄຂມັນມາໃຊ້ກ່ອນຕ່າງຈາກການກິນເຂົ້າຂາວ

ນອກຈາກນີ້ເຂົ້າກ້ອງຍັງມີປະໂຍດຕ່າງໆ ອີກຫລາຍຢ່າງ ເຊີ່ງອາດສິກ່າວມາບໍ່ຫມົດໃນບົດຄວາມນີ້ ເຊີ່ງແຄ່ເຮົາປ່ຽນມາກິນເຂົ້າກ້ອງແທນ ເພື່ອສຸກະພາບແຂັງແຮງແລ້ວຍັງເຮັດໃຫ້ຫຸ່ນດີຂຶ້ນອີກດ້ວຍ.

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น