ຫລຸດນ້ຳຫນັກງ່າຍໆ ບໍ່ຕ່ອງຮັດກາຍ ວ້າວ! ເຮັດແນວໃດ?.

ສະຕາຍການໃຊ້ຊີວິດ

ຫາກເຈົ້າຕ້ອງການຫລຸດນ້ຳຫນັກແຕ່ບໍ່ມີເວລາໄປຮັດກາຍ

ເຮົາມີວິທີຫລຸດນ້ຳຫນັກແບບງ່າຍໆມາຝາກ.

1.ຢ້ຳໃຫ້ແຫລກ.

ຄ່ອຍໆຢ້ຳຊ້າໆຊ່ອຍໃຫ້ຢາກກິນຫນ້ອຍລົງ. ຍ້ອນສະຫມອງວິຮູ້ສຶກອິ່ມໃຊ້ເວລາປະມານ 20 ນາທີ

ແລະການຢ້ຳໃຫ້ແຫລກຊ່ອຍໃຫ້ຍ້ອຍໄດ້ງ່າຍພ້ອມ.

2.ກິນນ້ຳກ່ອນກິນເຂົ້າ.

ການກິນນ້ຳກ່ອນປະມານ 30 ນາທີ 1-2 ແກ້ວ ຊ່ອຍໃຫ້ຮູ້ສຶກຫິວຫນ້ອຍລົງ. ຫາກຮ່າງກາຍຂາດນ້ຳສະຫມອງສິສັ່ງໃຫ້ຫິວແຮງນັ້ນເອງ.

3.ປ່ຽນວິທີກິນຂອງວ່າງ.

ຂອງວ່າງສ່ວນໃຫຍ່ສິເປັນ ພວກເຂົ້າຫນົມ ເຄ້ກ ນົມ ເນີຍ ຊານົມ. ເຊີ່ງມີນ້ຳຕານສູງ ຄວນກິນພວກທັນຍະພືດຫລືຂອງກິນທີ່ມີນ້ຳຕານຫນ້ອຍ.

4.ປ່ຽນຈານກໍ່ຊ່ອຍໄດ້.

ເປັນເທັກນິກງ່າຍໆ ໂດຍເລືອກຈານທີ່ຫນ້ອຍລົງ ແຕ່ແທ້ຈິງແລ້ວຈະໃສ່ຂອງເທົ່າເດີມຫລືຫລຸດລົງກໍ່ໄດ້.

5.ເນັ້ນໂປຕີນໃນເຂົ້າເຊົ້າ.

ໂປຕີນຊ່ອຍສ້າງກ້າມເນື້ອ ເຮັເໃຫ້ລະບົບເຜົາຜານເຮັດງານໄດ້ດີ

ເຮັດໃຫ້ຮູ້ສຶກອິ່ມແລະບໍ່ຫິວງ່າຍ.

6.ກິນເຂົ້າຢ່າງເປັນລະບົບ.

ກິນຕາມເວລາ ແລະສະຫມ່ຳສະເຫມີ ຊ່ອຍໃຫ້ບໍ່ຫິວນອກເວລາ.

7.ພັກຜ່ອນໃຫ້ພຽງພໍ.

ຫານນອນກໍ່ຊ່ອຍຫລຸດນ້ຳຫນັກໄດ້ເຊັ່ນກັນ ຄວນນອນກ່ອນ 4-5ທຸ້ມ ແລະຕື່ນປະມານ 6-7 ໂມງເຊົ້າ ຮ່າງກາຍຈະຫລັ່ງຮໍໂມນທີ່ຊ່ອຍຊ້ອມແຊມສ່ວນສຶກຫລໍ ແລະເຜົາຜານດີຂຶ້ນ.

8.ເຄື່ອນໄຫວແລະຂະຫຍັບຕົວ.

ຫລາຍຄົນບໍ່ມີເວລາຮັດກາຍ ກໍ່ຕ້ອງຫາທາງຂະຍັບຂະເຍື່ອນ

ບໍ່ຄວນນັ້ງຫລືຢູ່ທ່າເດີມດົນ. ການຂະຫຍັບຂະເຍື້ອນຊ່ອຍໃຫ້ຮ່າງກາຍເຜົາຜານໄດ້.

 

ຮູ້ແນວທາງແລ້ວຢ່າລືມເອົາໄປນຳໃຊ້ກັນເດີ້.

faaifaai
faai

ปัจจุบันกำลังศึกษาอยู่ที่ คณะมนุษยศาสตร์และสังคมศาสตร์ หลักสูตรสารสนเทศศาสตรบัณฑิต มหาวิทยาลัยขอนแก่น