ຄຶສິບໍ່ມີສາວໆຄົນໃດ ທີ່ບໍ່ຢາກໄດ້ຜິວພັນທີ່ງົດງາມຕ້ອງເລືອກກິນອາຫານເພື່ອບຳລູງຜິວໃຫ້ງາມຕະຫລອດ ມີຫຍັງແດມາເບີ່ງກັນ.
1.ປາແຊວມ່ອນ
ແມ່ນບໍ່ນໍ້ປາແຊວມ່ອນ ຍ້ອນວ່າມີທັງຄໍລາເຈ້ນ ທັງໂອເມກ້າ3
ແລະສານອາຫານຕ່າງໆ ຊ່ອຍເຮັດໃຫ້ຜິວຊຸ້ມຊື່ນ ຫລຸດອາການອັກເສບ ປ້ອງກັນໄດ້ເຊັ່ນກັນ.
2.ໂຍເກີດ
ໂຍເກີດເປັນສ່ວນປະສົມໃນສະກິນແຄ ກໍ່ຍ້ອນວ່າໂຍເກີດຊ່ອຍໃຫ້ຜິວນຸ້ມ ອ່ອນເຍົາ ເນື່ອງຈາກເຕັມໄປດ້ວຍໂປໄບໂອຕິກນັ້ນເອງ.
3.ຫມາກກ້ຽງ
ລົດຫວານສ່ຳ ສີສັນກໍ່ງົດງາມ ບຳລູງຜິວໃຫ້ຊຸ້ມຊື້ນ ສຸກະພາບດີ ຍ້ອນວ່າຫມາກກ້ຽງເປັນແຫລ່ງວິດຕາມິນຊີຊັ້ນຍອດ.
4.ຫມາກເຫລັ້ນ
ຫມາກເຫລັ້ນມີທັງແຄໂລທີນອຍ ໄລໂຄປີນ ແລະຢ່າງອື່ນອີກຫລວງຫລາຍຊ່ອຍຕ້ານອະນຸມູນອິດສະລະ ຊ່ອຍປ້ອງກັນແສງແດດແລະປ້ອງກັນຮິ້ວຮອຍ.
5.ນ້ຳເຜີ້ງ
ນ້ຳເຜີ້ງເຊີ່ງເຮັດໃຫ້ຜິວຊຸ້ມຊື້ນ ເຕ່ງຕຶງ ຊ່ອຍສະຫມານຜິວ ເນື່ອງຈາກມີຄຸນນະສົມບັດໃນການຕ້ານອະນຸມູນອິດສະລະ.
6.ຊາຂຽວ
ຊ່ອຍປົກປ້ອງແສງແດດ ລົດອາການອັກເສບຂອງຜິວ ເນື່ອງຈາກມີແຄເທຊິນເຊີ່ງເປັນສານຕ້ານອະນຸມູນອິດສະລະ
…ວ່າແລ້ວກໍ່ຟ້າວອອກມາຊື້ຕິດເຮືອນໄວ້ເລີຍເດີ້ສາວໆ