ຫົວໃຈວາຍຫລືກ້າມເນື້ອຫົວໃຈຕາຍສັບພັນ ເກີດການມີລິ່ມເນື້ອໃນຫົວໃຈ ເຮັດໃຫ້ເລືອດໄປລ້ຽງຫົວໃຈບໍ່ໄດ້ ເຊີ່ງເກີດຈາກແປ້ງແລະໄຂມັນສູງຈົນໄປສະສົມຢູ່ໃນຮ່າງກາຍ ໂດນສັນຍານເຕືອນໄພກ່ອນສິເກີດຫົວໃຈວາຍດັງນີ້
1.ຫັນໃຈຖີ່
ຖ້າຮູ້ສຶກເຫມືອຍງ່າຍແລະຫັນໃຈຖີ່ ອາດເປັນມາເຫດມາຈາກໂລກຫົວໃຈເຮັດຫນ້າທີ່ລຳລຽງອອກຊິເຈນໄປຍັງສ່ວນຕ່າງໆ
2.ອ່ອນເພຍ
ຮູ້ສຶກເຫມື່ອຍຈົນເຮັດຫຍັງບໍ່ຖືກ ໃຫ້ໄປຫາຫມໍ ເຮັດໃຫຶການໄຫລວຽນເລືອດຫລຸດລົງ
3.ແສບຮ້ອນກາງເອີິ້ກ
ແສບຮ້ອນກາງເອີ້ນຍ້ອນວ່າອາດເກີດຈາກກົດໄຫລຍ້ອນ ຍັງກັບຜູ້ທີ່້ປັນຫົວໃຈໄດ້.
4.ທ້ອງໄສ້ປັ່ນປ່ວນ.
ລາງເທື່ອກໍ່ປຸ້ນທ້ອງ. ອາດບໍ່ໄດ້ເກີດຈາກລະບົບຍ່ອຍອາຫານຜິດປົກກະຕິ ເນື່ອງຈາກການກິນອາຫານບໍຖືກຕ້ອງ
5.ເຈັບປວດຢ່າລຸນແຮງ ບໍລິເວນ ຫລັງ ແຂນ ຫລືຫນ້າເອີ້ກ
ເມື່ອເຊວກ້າມເນື້ອເລີ່ມຂາດອອກຊິເຈນກໍ່ສົ່ງຜົນໃຫ້ກ້າມເນື້ອ. ເກີດການເຈັບປວດ ແລະເຊີ່ງອາດບໍ່ໄດ້ເກີດຈາກການຮັດກາຍຢ່າງຫນັກ.
6.ອຶດອັດບໍລະເວນຂາກັນໄກແລະຄໍ
ອາການເຫລົ່ານີ້ມັກເກີດກັບຜູ້ເປັນເບົາຫວານ ເຊີ່ງອາດເກີດຈາກຫົວໃຈ ຍ້ອນຮ່າງກາຍເກີດການປ່ຽນແປງຈົນເຮັດໃຫ້ປະສາດຄວາມຮູ້ສຶກໄດ້ຮັບຜົນກະທົບ
7.ຮູ້ສຶກວ່າມີບາງຢ່າງປິດປົກກະຕິ
ຖ້າຮູ້ສຶກວ່າຮ່າງກາຍມ່ລາງຢ່ທງຜິດປົກກະຕິ ກໍ່ຟ້າວໄປຫາຫມໍ
ຄວາມຜິດປົກກະຕິຂອງຮ່າງກາຍຄືສັນຍານເຕືອນໄພຢ່າງຢ່າງດີ ເຮັດໃຫ້ເຈົ້າປ້ອງກັນອັນຕະລາຍຈາກພະຍາດຕ່າງໆ ເພື່ອສິໄດ້ຮັບການຮັກສາຢ່າງທ່ວງທັນທີ.