ຫົວໃຈເປັນສິ່ງສຳຄັນທີ່ເຮັດໜ້າທີ່ສູບສີດເລືອດ ເພື່ອລຳລຽງອອກຊິເຈນແລະສານອາຫານໄປຫຼໍ່ລ້ຽງຮ່າງກາຍ ເພື່ອໃຫ້ຮ່າງການເຮັດງານໄດ້ປົກກະຕິ.
ສະເຫດຫົວໃຈມີດັງນີ້
1.ຄວາມດັນເລືອດສູງ
ເມື່ອຄວາມດັນເລືອດສຄງຈຶ່ງເຮັດໃຫ້ການສູບສີດເບືອດນັັ້ນໄດ້ຮັບການເຮັດວຽກໜັກ ເຊີ່ງຜູ້ທີ່ເປັນຄວາມດັນເລືອດສູງໄລຍະຍາວຫລາຍປີ ກໍ່ມີໂອກາດເປັນຫົວໃຈໄດ້.
2.ໄຂມັນສະສົມຫລາຍ
ຫາກວ່າໄຂມັນໃນເລືອດສູງເກີນໄປເຮັດໃຫ້ໄຂມັນໄປອຸດຕັນເສັ້ນເລືອດໄດ້ ສ່ຽງຕໍ່ການເປັນຫົວໃຈເຊັ່ນດຽວກັນ.
3.ອ້ວນ
ຜູ້ທີ່ອ້ວນມີສິດເປັນຄວທມດັນແລະໄຂມັນອຸດຕັນ ຫລື ເບົາຫວານ ຍ້ອນວ່າມີໄຂມັນຫລາຍກວ່າປົກກະຕິ ເຮັດໃຫ້ເປັນພະຍາດແຊກຂ້ອນໄດ້ ຮວມເຖີງຫົວໃນພ້ອມ.
4.ເບົາຫວານ
ຜູ້ທີ່ເປັນເບົາຫວານສິສ່ຽງຕໍ່ຫົວໃຈ ເຖີງ 30% ຜູ້ປ່ວວນີ້ຈຶ່ງຕ້ອງລະວັຝໃນເລື່ອງການກິນແລະການໃຊ້ຊີວິດຢ່າງພິເສດ.
5.ສູບຍາ
ການທີ່ສູບຍານັ້ນເຮັດໃຫ້ຫົວໃຈເຮັດວຽກໜັກ ແລະເຕັ້ນແຮງກວ່າປັກຕິ ແລະເຮັດໃຫ້ເກີດການອຸດຕັນຂອງເສັ້ນເລືອດໄດ້.
ອາການຫົວໃຈ.
1.ເຈັບໜ້າເອີີ້ກ
ຜູ້ທີ່ແນ່ນຫນ້າເອີ້ກ ຫລືອຶດອັດ ຫັນໃຈຍາກ ອາດປວດລາມໄປຄໍ ຫລືອກາມຄືເຂັບແຂ້ວຮ່ວມ.
2.ຫອບ ເໝື່ອຍງ່າຍ
ມີການຫັນໃຈຫລາຍກວ່າປົກກະຕິ ຕ້ອງການອອກຊິເຈນໄປຫລໍ່ລ້ຽງສ່ວນຕ່າງໆ
3.ໃຈສັ່ນ
ອາການໃຈສັ່ນແມ່ນເປັນພາວະທີ່ຫົວໃຈເຕັ້ນໄວກວ່າເກົ່າ ບໍ່ເປັນຈັງຫວະ ບໍ່ສະໝ່ຳສະເໝີ
4.ຂາບວມ
ຂາບວມເກີດຈາກການເຮັດງານຂອງຫົວໃຈຜິດປົກກະຕິ
ເລືອດຈາກຂາບໍ່ສາມາດຖ່າຍເທໄປສູ່ຫົວໃຈໄດ້ເຮັດໃຫ້ເລືອດຄັ້ງຢູ່ໃນຂາ.
5.ເປັນລົມວູບ
ອາການເປັນລົມວູບມີຫລາຍລັກສະນະ ທັງຫມົດສະຕິໄປເລີຍ ຫນ້າມືດ. ຕາລາຍ ແນມບໍ່ຄ່ອຍເຫັນ ເຊີ່ງອາດເກີດຈາກຫລາຍສະເຫດ ຮວມເຖີງຫົວໃຈ.
ທາງທີ່ດີໃນການປ້ອງກັນ ຄື ການຮັດກາຍຢ່າງເປັນປະຈຳ ກິນອາຫານທີ່ມີປະໂຍດ ພັກຜ່ອນໃຫ້ພຽງພໍ ແລະຫາຫມໍເພື່ອກວດຮ່າງກາຍວ່າສິເປັນຫົວໃຈຫລືບໍ່.