ປາກແລະແຂ້ວເຮົາຈຳເປັນຕ້ອງໃຊ້ທຸກມື້ ຍ້ອນວ່າຍາມກິນເຂົ້າທຸກມື້ຕ້ອງກັດ ຍ້ຳ ແລະກືນ ເຮົາຄວນໃຫ້ຄວາມໃສ່ໃຈເລື່ອງຂອງຄວາມສະອາດ ດ້ວຍການດູແລສຸກະພາບຊ່ອງປາກແລະແຂ້ວໃຫ້ຖືກວິທີ ດັງຕໍ່ໄປນີ້
1.ເລືອກໃຂ້ແປງສີແຂ້ວທີ່ດີ
ຄວນເລືອກໃຊ້ແປງສີທີ່ອ່ອນ ປາຍຮຽງແຫລມ ສາມາດຊອກຊອນໄດ້ຖົ້ວ
ແລະຄວນປ່ຽນທຸກໆ 3 ເດືອນ
2.ແປງຢ່າງຖືກວິທີ
ຄວນສີແຂ້ວອຽງມູມຕາມເຫງືອກ 45 ອົງສາ ແລ້ວແປງຄ່ອຍໆ ບໍ່ແປງແຮງເກີນໄປ ຍ້ອນວ່າສຶເຮັດໃຫ້ແຂ້ວສືກ ທ້າຍສຸດຢ່າລືມແປງລິ້ນຍ້ອນວ່າຊ່ອຍກຳຈັດກິ່ນປາກ
3.ໃຊ້ຍາສີແຂ້ວທີ່ມີສານຟູອໍລາຍ
ເຖີງແມ້ວ່າຟູອໍລາຍສິເປັນສານທີ່ມີຕາມທຳມະຊາດ ແຕ່ຍາວເວລາຜ່ານໄປກໍ່ສິຸືກກັດກ່ອນໂດຍກົດທີ່ມາຈາກນ້ຳລາຍຂອງເຮົາ ແນວນັ້ນເອງເຮົາຄວນໃຊ້ຍາສີແຂ້ວທີ່ມີຟູອໍລາຍ ເພື່ອປ້ອງກັນແຂ້ວແມງແລະເຮັດໃຫ້ແຂ້ວແຂັງແຮງ
- ໃຊ້ແປງສຳລັບຊອກແຂ້ວ
ເພື່ອເຮັດຄວາມສະອາດສຳລັບຄົນທີ່ມີຊ່ອງແຂ້ວຫ່າງ ໃຫ້ໃຊ້ແປງສີດັນເຂົ້າໄປໃນຊອກແຂ້ວ
ແລ້ວແປງເຂົ້າອອກເທື່ອດຽວກໍ່ຮຽບຮ້ອຍ
- ໃຊ້ນ້ຳຍາບ້ວນປາກ
ສີແຂ້ວແນວດຽວຄຶສິບໍ່ພໍ ຕ້ອງໃຊ້ນ້ຳຍາບ້ວນປາກຕື່ມ ເພື່ອໃຫ້ສຸກະພາບປາກດີຂຶ້ນ ໃຫ້ອົມໄວ້ 15-30 ວິນາທີ
ແລ້ວບ້ວນອອກ ສິຊ່ອຍໃຫ້ກິ່ນປາຫຫອມສົດຊື່ນ ຍັບຍັ້ງແບດທີເລຍແລະແຂ້ວແມງ
6.ໃຊ້ໄຫມຂັດແຂ້ວ
ໄຫມຂັດແຂ້ວເປັນອີກຢ່າງທີ່ຊ່ອຍເຮັດຄວາມສະອາດແຂ້ວໄດ້ຢ່າງຖົ່ວເຖີງ
ແລະຊ່ອຍກຳຈັດເສດອາຫານ ຄາບແບດທີເລຍທີ່ຫລົງເຫລືອໃນປາກ ເຊີ່ງເປັນເຫດໃຫ້ແຂ້ວແມງ
ໃຫ້ພັນໄຫມໃນນິ້ວກາງທັງສອງຂ້າງ ດຶງຂຶ້ນລົງທຸກເລັ່ມ
ແມ່ນວ່າເຈົ້າສິມີສຸກະພາບແຂ້ວທີ່ດີແລ້ວ ຕາມ 6 ວິທີນີ້ ແຕ່ຍັງຕ້ອງໄປຫານາຍຫມໍດຳື່ອກວດແຂ້ວອີກເທື່ອຢ່າງໜ້ອຍ
1-2 ເທື່ອຕໍ່ປີ ຍ້ອນວ່າປັນຫາທີ່ເກີດຂຶ້ນສິໄດ້ຮັກສາໄດ້ທັນ